ຈໍາເປັນຕ້ອງໃສ່ໜ້າກາກສອງຊັ້ນ ເພື່ອປ້ອງກັນໂຄວິດ-19 ຫຼື ບໍ່?

717

ຍິນຫຼາຍຄົນແນະນໍາໃຫ້ໃສ່ໜ້າກາກຊ້ອນກັນສອງຊັ້ນ ເພື່ອເສີມປະສິດທິພາບໃນການປ້ອງກັນໂຄວິດ-19   ແຕ່ຄວາມຈິງແລ້ວເຮົາຄວນໃສ່ໜ້າກາກສອງຊັ້ນບໍ່? ໜ້າກາກອະນາໄມແຜ່ນດຽວບໍ່ສາມາດປົກປ້ອງເຮົາຈາກໂຄວິ-19 ໄດ້ອີກຕໍ່ໄປບໍ? ຈໍາເປັນຕ້ອງໃສ່ສອງຊັ້ນ ຫຼື ບໍ່?

ຂໍ້ມູນຈາກ WHO ແລະ ກົມຄວບຄຸມໂລກກະຊວງສາທາລະນະສຸກ ລະບຸວ່າ: ໜ້າກາກອະນາໄມປົກກະຕິສາມາດປ້ອງກັນເຊື້ອໄວຣັດ ທີ່ມາກັບລະອອງຝອຍ, ນໍ້າລາຍຂອງຜູ້ປ່ວຍທີ່ຕິດເຊື້ອໄດ້ຫຼາຍເຖິງ 95% ແຕ່ຕ້ອງເປັນການໃສ່ໜ້າກາກທີ່ແນບສະໜິດໄປກັບຜິວໜ້າໃຫ້ໄດ້ຫຼາຍທີ່ສຸດ ຫາກໃສ່ໜ້າກາກທີ່ຫຼົມ ມີຊ່ອງວ່າງລະຫວ່າງໜ້າກາກກັບໃບໜ້າ ໃນເວລາສວມໃສ່ ສາຍຄ້ອງຫູຍານ  ຫຼື ມີຊ່ອງວ່າງບໍລິເວນດັງຈະເຮັດໃຫ້ປະສິດທິພາບ ໃນການປ້ອງກັນເຊື້ອໄວຣັດຫຼຸດລົງເຫຼືອພຽງ 41,3% ເທົ່ານັ້ນ.

ໃສ່ໜ້າກາກສອງຊັ້ນ ເຮັດໃຫ້ໜ້າກາກ ແນບກັບໃບໜ້າຫຼາຍຂຶ້ນ

ການໃສ່ໜ້າກາກອານາໄມສອງຊັ້ນ ບໍ່ໄດ້ຕ້ອງການຄວາມໜາຂອງຊັ້ນກອງແຕ່ຢ່າງໃດ ແຕ່ຕ້ອງການໃຫ້ໜ້າກາກແນບສະຫນິດກັບໃບໜ້າຫຼາຍຂຶ້ນ ສິ່ງທີ່ຄວນເຮັດຄື: ການໃສ່ໜ້າກາກອະນາໄມຊັ້ນທໍາອິດ ຈາກນັ້ນໃສ່ທັບດ້ວຍໜ້າກາກຜ້າ ອາດບໍ່ຈໍາເປັນຕ້ອງເປັນຜ້າທີ່ໜາຫຼາຍກໍໄດ້ ແຕ່ໃສ່ເພື່ອໃຫ້ໜ້າກາກອະນາໄມ ແນບຕິດກັບໃບໜ້າຫຼາຍຂຶ້ນ ແລະ ຫຼຸດຊ່ອງວ່າງ ລະຫວ່າງໃບໜ້າ ແລະ ຂອບໜ້າກາກໃຫ້ໄດ້ຫຼາຍທີ່ສຸດ

ຂໍ້ຄວນລະວັງໃນການໃສ່ໜ້າກາກສອງຊັ້ນ

–     ການໃສ່ໜ້າກາກສອງຊັ້ນ ຄວນເປັນໜ້ກາກອະນາໄມ 1 ແຜ່ນ ໜ້າກາກຜ້າ 1 ແຜ່ນ ບໍ່ຄວນໃສ່ໜ້າກາກອະນາໄມພ້ອມກັນ 2 ແຜ່ນ ເພາະໜ້າກາກອະນາໄມແຜ່ນທີສອງອາດບໍ່ໄດ້ຊ່ວຍກົດຂອບໜ້າກາກອະນາໄມ ແຜ່ນທໍາອິດ ໃຫ້ມິດຊິດເຂົ້າກັບໃບໜ້າໄດ້ດີເທົ່າກັບໜ້າກາກຜ້າ.

–     ຫາກໃສ່ໜ້າກາກສອງຊັ້ນແລ້ວຮູ້ສຶກຫາຍໃຈລໍາບາກເກີນໄປ ປວດຫົວ, ວິນຫົວ: ງ່ວງຊຶມ ຄວນໃສ່ໜ້າກາກຊັ້ນດຽວພໍ.

–     ຫາກໃສ່ໜ້າກາກສອງຊັ້ນແລ້ວຮູ້ສຶກລໍາຄານຈົນເກີນໄປ ຫຼື ຮູ້ສຶກວ່າເວົ້າບໍ່ຊັດເຈນ ໃຊ້ຊີວິດລໍາບາກເກີນໄປ ກໍຄວນເລືອກໃສ່ໜ້າກາກອະນາໄມແຜ່ນດຽວພໍ ແຕ່ພະຍາຍາມໃຫ້ຂອບຂອງໜ້າກາກແນບກັບໃບໜ້າ ແລະ ຫຼຸດຜ່ອນການໃຊ້ມືສໍາຜັດໜ້າກາກໃຫ້ໄດ້ຫຼາຍທີ່ສຸດ.