ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຄຳມ່ວນ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທີ່ເກີດອັກຄີໄພຢູ່ ບ້ານນາປ່າຄາ

283

ໃນວັນທີ 11 ພຶດສະພາ 2021 ທ່ານ ສາຍຄຳ ພະໄຊສິດທິເດດ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ສະມາຊິກສະພາປະຊາຊົນແຂວງ ຄຳມ່ວນ ປະຈຳເຂດເລືອກຕັ້ງເມືອງ ໄຊບົວທອງ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວຂອງທ້າວ ດວງຕາ ແກ້ວດາວົງ ບ້ານ ນາປ່າຄາ ທີ່ເກີດອັກຄີໄພ (ໄຟໃໝ້ເຮືອນ) ໃນຄັ້ງວັນທີ 5 ພຶດສະພາ2021 ທີ່ຜ່ານມາ.

ເຂົ້າຮ່ວມມີ ທ່ານ ບຸນທະວີ ພິລາວັນ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານກວດກາພັກ-ລັດເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ ໄຊບົວທອງພ້ອມດ້ວຍຄະນະ, ມີຍາດຕິພີ່ນ້ອງຂອງຄອບຄົວດັ່ງກ່າວເຂົ້າຮ່ວມ.ເພື່ອເປັນການຊ່ວຍເຫຼືອບັນເທົາທຸກໃນຂັ້ນເບື້ອງຕົ້ນດັ່ງນັ້ນຄະນບໍລິຫານງານຊາວໜຸ່ມແຂວງຄຳມ່ວນຈຶ່ງໄດ້ຫ້າງຫາກະກຽມວັດຖຸອຸປະກອນ, ເຄື່ອງອຸປະໂພກ-ບໍລິໂພກ, ເພື່ອນຳໄປມອບຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄອບຄອບຄົວຂອງທ້າວ ດວງຕາ ແກ້ວດາວົງທີ່ຖືກຜົນກະທົບຈາກອັກຄີໄພ. ເຄື່ອງທີ່ນຳມາມາມອບໃນຄັ້ງນີ້ລວມມີ: ສັງກະສີ 8 ພຸດ ມີຈຳນວນ 20 ແຜ່ນ, ເຫຼັກຕາປູຕອກສັງກະສີຈຳນວນ 2 ກິໂລ, ເຄື່ອງນຸ່ງຈຳນວນ 1 ເປົາ, ຜ້າຫົ່ມຈຳນວນ 7 ຜືນ, ໝີ່ໄວໆຈຳນວນ 4 ແກັດນ້ອຍ.

ນອກຈາກນັ້ນແລ້ວຍັງມີເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງໃຊ້ໃນຮົ້ວສວນຫຼາຍລາຍການລວມມູນຄ່າທັງໝົດເປັນເງິນຈຳນວນ 2.852.000 ກີບ, ເຊິ່ງທ່ານ ສາຍຄຳ ພະໄຊສິດທິເດດ ກໍໄດ້ເປັນກຽດກ່າວມອບສຳລັບຈຳນວນເຄື່ອງດັ່ງກ່າວນີ້ແມ່ນເປັນເປັນການຊ່ວຍເຫຼືອບັນເທົາທຸກໃນຂັ້ນເບື້ອງຕົ້ນ, ເພື່ອແບ່ງເບົາຄວາມທຸກໂສກ, ເຊິ່ງຍາມໃດພັກລັດຂັ້ນເທິງກໍໄດ້ມີຄວາມເປັນຫ່ວງເປັນໃຍຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນເພື່ອຢາກໃຫ້ຢູ່ດີກິນດີ, ມີຄວາມຜາສຸກ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງການນຳຂົ້ນເມືອງ ແລະ ຍາດຕິພີ່ນ້ອງຂອງຄອບຄົວດັ່ງກ່າວ.