ປີກໄກ່ຈືນໃສ່ນ້ຳປາ

891

ປີກໄກ່ຈືນນ້ຳປາ ອາຫານທີ່ເຮັດກິນຕອນໃດກໍແຊບ ແລະ ເປັນອາຫານທີ່ເຮັດງ່າຍ, ຈະເປັນອາຫານວ່າງ, ເປັນຂອງແກ້ມ, ກິນກັບເຂົ້າຈ້າວ ຫຼື ເຂົ້າໜຽວກໍໄດ້. ສຳລັບປີກໄກ່ຈືນນ້ຳປາສູດເດັດທີ່ນຳມາຝາກມື້ນີ້ ມີສ່ວນປະສົມໜ້ອຍດຽວ ແລະ ວິທີເຮັດກໍງ່າຍ ແຕ່ທີ່ສຳຄັນລົດຊາດຕ້ອງແຊບເດັດແນ່ນອນ ຖ້າມື້ໃດຄິດລາຍການອາຫານບໍ່ອອກກໍເຂົ້າຄົວເຮັດອາຫານປີກໄກ່ຈືນນ້ຳປາກັນເລີຍ ອີ່ມແຊບທັງຄອບຄົວໃນລາຄາສະບາຍກະເປົ໋າ ເຊິ່ງມີສູດ ແລະ ຂັ້ນຕອນປຸງແຕ່ງດັ່ງຕໍ່ໄປນີ້:

■  ສ່ວນປະສົມ:

• ປີກໄກ່ 10 – 12 ຕ່ອນ.

• ນ້ຳປາ 2 ບ່ວງແກງ.

• ແປ້ງຈືນກອບ 1 ບ່ວງແກງ.

• ນ້ຳມັນພືດສຳລັບຈືນ.

อาจเป็นรูปภาพของ อาหาร

ວິທີປຸງແຕ່ງ:

1. ນຳປີກໄກ່ມາລ້າງໃຫ້ສະອາດແລ້ວໃຊ້ມີດປາດປີກໄກ່ທັງສອງດ້ານ 2 ຄັ້ງ.

2. ນຳປີກໄກ່ໄປເອືອບໃສ່ນ້ຳປາ ຄັ້ນໃຫ້ເຂົ້າກັນຈົນທົ່ວໝັກປະໄວ້ຢ່າງໜ້ອຍ 30 ນາທີ ( ຖ້າມີເວລາໝັກປະໄວ້ປະມານ 3 ຊົ່ວໂມງກໍໄດ້ ).

3. ໝັກປີກໄກ່ຄົບ 30 ນາທີ ໃຫ້ໂຮຍແປ້ງຈືນກອບລົງໃສ່ປີກໄກ່ແລ້ວຄົນໃຫ້ເຂົ້າກັນ.

4. ຕັ້ງໝໍ້ໃສ່ນ້ຳມັນພືດລົງໄປໃຊ້ໃຟປານກາງ ນ້ຳມັນຮ້ອນໆຈຶ່ງເອົາປີກໄກ່ທີ່ປະສົມກັບແປ້ງຈືນກອບໄວ້ລົງໄປຈືນຈົນໃຫ້ສຸກເຫຼືອງກອບ.

5. ເມື່ອສຸກແລ້ວຕັກຂຶ້ນມາປະໄວ້ໃຫ້ສະເດັດນ້ຳມັນ ແລ້ວຈັດໃສ່ຈານພ້ອມເສີບ ກິນກັບເຂົ້າຈ້າວ ຫຼື ເຂົ້າໜຽວໄດ້ເລີຍ.

อาจเป็นรูปภาพของ อาหาร และสถานที่ในร่ม

■  ໝາຍເຫດ:

• ຄວາມເຄັມຂອງນ້ຳປາແຕ່ລະຍີ່ຫໍ້ນັ້ນບໍ່ຄືກັນ ແລະ ແຕ່ລະຄົນກໍມັກຄວາມເຄັມບໍ່ຄືກັນ.

• ການໝັກໄກ່ຍິ່ງໝັກໄວ້ດົນເທົ່າໃດກໍຈະຊ່ວຍເຮັດໃຫ້ສ່ວນປະສົມຊຶມເຂົ້າຊີ້ນໄກ່ດີຂຶ້ນ ເຮັດໃຫ້ໄກ່ມີລົດຊາດທີ່ແຊບຍິ່ງຂຶ້ນ. ສະນັ້ນ, ຄວນໝັກແຊໄວ້ຕູ້ເຢັນ ( ຊ່ອງແຊ່ເຢັນທຳມະດາ ) ຢ່າງໜ້ອຍປະມານ 30 ນາທີ ຫຼື ຫຼາຍຊົ່ວໂມງຍິ່ງດີ ຫຼື ອາດໃຊ້ຊ້ອມຈິ້ມໆທີ່ໜັງປີກໄກ່ກໍໄດ້ ເຊິ່ງມັນຈະຊ່ວຍໃຫ້ສ່ວນປະສົມຊຶມເຂົ້າຊີ້ນໄກ່ໄດ້ດີຍິ່ງຂຶ້ນ.