ເຫດ​ໂຈມ​ຕີ​ດ້ວຍ​ໄວ​ຣັດ​ຄອມ​ພິວ​ເຕີ​ ຕໍ່ບໍ​ລິ​ສັດ​ທໍ່​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟໂຄ​ໂລ​ນຽວ ເຮັດໃຫ້ອາ​ເມ​ຣິ​ກາ​ປະ​ກາດ​ເຂົ້າ​ສູ່​​ພາ​ວະ​ສຸກ​ເສີນ

462
In this aerial image taken with a drone, numerous vehicles line up for gasoline at Costco on Wendover Avenue in Greensboro, N.C., on Tuesday, May 11, 2021. As the shutdown of a major fuel pipeline entered into its fifth day, efforts are under way to stave off potential fuel shortages, though no widespread disruptions were evident. The Colonial Pipeline, which delivers about 45% of the fuel consumed on the East Coast, was hit by a cyberattack on Friday. (Woody Marshall/News & Record via AP)

ຕາມຂ່າວຈາກຕ່າງປະເທດໃຫ້ຮູ້ວ່າ: ສື່​ອາ​ເມ​ຣິ​ກາ​ແຈ້ງ​ຂ່າວ​ວ່າ, ຍ້ອນ​ເຄືອ​ຂ່າຍ​ທໍ່​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ​ໃຫຍ່​ທີ່​ສຸດ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ເມ​ຣິ​ກາ​ຖືກ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ ເຮັດ​ໃຫ້ການ​ເຮັດ​ວຽກ​ຢຸດ​ສະ​ງັດ, ວັນ​ທີ 9 ພຶດ​ສະ​ພາ​ນີ້, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ໄດ້ປະ​ກາດ​ວ່າ 17 ລັດ ແລະ​ເຂດ​ພິ​ເສດ​ວໍ​ຊິງ​ຕັນ​ໄດ້​ເຂົ້າ​ສູ່​ພາ​ວະ​ສຸກ​ເສີນ, ເພື່ອ​ຍົກ​ເລີກ​ຂໍ້​ຈຳ​ກັດ​ ​ຕ່າງໆ​ທີ່​ມີ​ຕໍ່​ການ​ຂົນ​ສົ່ງ​ວັດ​ຖຸ​ເຊື້ອ​ໄຟ.

ຕາມຂ່າວCNN​ ລາຍ​ງານ​ວ່າ: ວັນ​ທີ 7 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ບໍ​ລິ​ສັດ​ທໍ່​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟໂຄ​ໂລ​ນຽວ​ທີ່​ເປັນ​ຜູ້​ຄຸ້ມ​ຄອງ​ລະ​ບົບ​ທໍ່​ສົ່ງ​ນ້ຳ​ມັນ​ສຳ​ເລັດ​ຮູບ​ຂະ​ໜາດ​ໃຫຍ່​ຂອງ​ອາ​ເມ​ຣິ​ກາ​ຖືກໂຈມ​ຕີ​ທາງ​ອິນ​ເຕີ​ເນັດ. ວັນ​ທີ 8 ພຶດ​ສະ​ພາ​ນີ້, ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ, ຫຼັງ​ຈາກ​ຖືກ​ໂຈມ​ຕີ​ດ້ວຍ​ໄວ​ຣັດ​ຄອມ​ພິວ​ເຕີ​ຊື່​ຣັນ​ຊົມ​ແວ​ແລ້ວ, ​ບໍ​ລິ​ສັດ​ໄດ້​ຕັດ​ການ​ເຊື່ອມ​ຕໍ່​​ເຄືອ​ຂ່າຍ​ທໍ່​ສົ່ງຈຳ​ນວນໜຶ່ງ ເພື່ອ​ສະ​ກັດ​ກັ້ນ​ການ​ຂົ່ມ​ຂູ່​ຈາກ​ໄວ​ຣັດ​ດັ່ງ​ກ່າວ, ນີ້​ໄດ້ເຮັດ​ໃຫ້​ ​ການ​ເຮັດ​ວຽກ​ຂອງ​ລະ​ບົບ​ທໍ່​ສົ່ງ​ທັງ​ໝົດ​ຕ້ອງ​ຢຸດ​ຕິ​ເປັນ​ການ​ຊົ່ວ​ຄາວ.

ທໍ່​ສົ່ງ​ນ້ຳ​ມັນ​ຂອງ​ບໍ​ລິ​ສັດ​ໂຄ​ໂລ​​ນຽວ​ມີ​ຄວາມ​ຍາວ​ເຖິງ 8.851 ກິ​ໂລ​ແມັດ, ແມ່ນ​ລະ​ບົບ​ທໍ່​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ເມ​ຣິ​ກາ, ​ເຮັດ​ໜ້າ​ທີ່​ຂົນ​ສົ່ງ​ນ້ຳ​ມັນ​​ກວມເຖິງ 45% ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ເມ​ຣິ​ກາ.

ສື່ມວນ​ຊົນຫຼາຍ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ​ວິ​ເຄາະ​ວ່າ, ການ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ​ໂດຍ​ແນ​ໃສ່​ລະ​ບົບ​ພະ​ລັງ​ງານ​ຂອງ​ອາ​ເມ​ຣິ​ກາ​ພວມ​ເກີດ​ຂຶ້ນ​​ເລື້ອຍໆ, ​ນີ້​ເປັນ​ການ​ເປີດ​ເຜີຍ​​ເຖິງຂໍ້​ບົກ​ຜ່ອງ​ດ້ານ​ຄວາມ​ປອດ​ໄພ​ດ້ານ​ອິນ​ເຕີ​ເນັດ​ຂອງ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ຂະ​ໜາດ​ໃຫຍ່​ຂອງ​ອາ​ເມ​ຣິ​ກາ, ພ້ອມ​ກັນ​ນັ້ນ, ກໍ​ເປັນ​​ສິ່ງ​ທ້າ​ທາຍ​ສຳ​ລັບ​ທຳ​ນຽບ​ຂາວ.

ທີ່ມາ:ຊີອາໄອ