ປະ​ຊາ​ຄົມໂລກ ຮຽກ​ຮ້ອງ​ໃຫ້ ອິດ​ສະ​ຣາ​ແອນ ແລະ ປາ​ແລັດ​ສະ​ຕິນ ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໂດຍ​ໄວ

324
An explosion caused by Israeli airstrikes on the Gaza Strip is seen early Tuesday, May 11, 2021. (AP Photo/Khalil Hamra)

ປະຊາຄົມໂລກ ພວມມີຄວາມວິຕົກກັງວົນທີ່ສຸດຕໍ່ສະພາບການໃຊ້ຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ ຢູ່ ເຢຣູຊາແລມ ຕາເວັນອອກ ແລະ ເຂດກາຊາ ທີ່ພວມຢູ່ໃນລະດັບເຄັ່ງຕຶງທີ່ສຸດໃນຊຸມປີມໍ່ໆມານີ້, ອັນໄດ້ເຮັດໃຫ້ປະຊາຊົນຫຼາຍຄົນເສຍຊີວິດ.

 

ວັນທີ 12 ພຶດສະພາ, ທ່ານປະທານາທິບໍດີ ລັດເຊຍ ວະລາດີເມຍ ປູຕິນ ແລະ ຄູ່ຕຳແໜ່ງ ຕວັກກີ ຕາຢິບ ເອດູກັນ ໄດ້ຮຽກຮ້ອງໃຫ້ຫຼຸດຜ່ອນບັນດາການເຄື່ອນໄຫວໃຊ້ຄວາມຮຸນແຮງທີ່ນອງເລືອດ ລະຫວ່າງ ອິດສະຣາແອນ ແລະ ຊາວ ປາແລັດສະຕິນ. ໂດຍຮຽກຮ້ອງໃຫ້ຜັນຂະຫຍາຍກຳລັງຮັກສາສັນຕິພາບສາກົນ ໄປຍັງເຂດເກີດການປະທະກັນໃນປັດຈຸບັນ ເພື່ອປົກປ້ອງຊາວ ປາແລັດສະຕິນ.

 

ໃນວັນດຽວກັນ, ທ່ານ ມິເຊລ ຄາເຣັດ ປະທານສະພາເອີຣົບ ກໍໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການດັ່ງກ່າວ ແລະ ຮຽກຮ້ອງໃຫ້ ອິດສະຣາແອນ ແລະ ປາແລັດສະຕິນ ຈົ່ງຢຸດຕິສົງຄາມ ແລະ ຫຼີກລ່ຽງການກໍ່ຄວາມລົ້ມຫາຍຕາຍຈາກໃຫ້ແກ່ສາມັນຊົນ ເຊັ່ນດຽວກັນ.

 

​ໂຄສົກ​ຂອງທ່ານ​ກູ​ເຕີ​ເຣສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້ຖະ​ແຫຼ​ງຂ່າວ​ກ່ຽວ​ກັບ​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ເຢຣູຊາ​​ແລມ​​ວ່າ: ທ່ານ​ກູ​ເຕີ​ເຣສ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງຕໍ່​ເຫດການທີ່​ເກີດ​ຂຶ້ນ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງເຢຣູຊາ​​ແລມ ກໍ​ຄືຄວາມ​ເປັນ​ໄປ​ໄດ້​ທີ່ຄອບຄົວຊາວ​ປາ​​ແລັດສະຕີນຈະ​ຖືກ​ຂັບ​ໄລ່​ອອກ​ຈາກ​ບ້ານ​ເກີດ​ຂອງ​ຕົນ. ທ່ານ​ກູ​ເຕີ​ເຣສທວງ​ໃຫ້​ອິດສະ​​ຣາແອນ​ປະຕິບັດຕາມ​ພັນທະ​ໜ້າ​ທີ່​ທີ່​ໄດ້​ກຳນົດ​​ໄວ້​ໃນ​ກົດໝາຍ​ວ່າ​ດ້ວຍ​ສິດທິ​ມະນຸດ ​ແລະ​ມະນຸດສະທຳ​ສາກົນ, ຢຸດຕິ​ການຮື້ຖອນ ​ແລະ​ຂັບ​ໄລ່​ປະຊາຊົນ​ປາ​​ແລັດ​ສະຕີ​ນອອກ​ຈາກ​ເຮືອນ.

 

ທ່ານ​ກູ​ເຕີ​ເຣສກ່າວ​ຢ້ຳອີກ​ວ່າ: ​ໂດຍ​ຜ່ານ​ກົນ​​ໄກ 4 ຝ່າຍກ່ຽວ​ກັບ​ບັນຫາຕາ​ເວັນ​ອອກ​ກາງ ​ເຊັ່ນ: ສະຫະພາບ​ເອີຣົບ, ຣັດ​ເຊຍ, ອາ​ເມຣິກາ ​ແລະ​ອົງການ​ສປຊ, ອົງການ​ສປຊຈະສະໜັບສະໜູນ​ໃຫ້​ປະຊາຊົນ​ປາ​​ແລັດ​ສະຕີ​ນ ​ແລະ​ອິດສະຣາ​ແອນ​ແກ້​ໄຂບັນຫາ​ການ​ປະ​ທະ​ກັນ​ບົນ​ພື້ນຖານ​ມະຕິທີ່​ກ່ຽວຂ້ອງ​ຂອງ​ອົງການ​ສປຊ, ກົດໝາຍ​ສາກົນ ​ແລະ​ ສັນຍາ​ສອງ​ຝ່າຍ.