ອອກມາແລ້ວ ຈຸດຊື້ຂາຍ ສິນຄ້າ ເຄື່ອງບໍລິໂພກ ລາຄາສົມເຫດ ສົມຜົນ ໃນໄລຍະການແຜ່ລະບາດໂຄວິດ

1350

ພະແນກອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການແນະນໍາ ເຖິງ ພະນັກງານ, ທະຫານ, ຕໍາຫຼວດ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນໃນນະຄອນຫຼວງວຽງຈັນ; ເລື່ອງ ຈຸດບໍລິການຈໍາຫນ່າຍຊີ້ນຫມູ ແລະ ເຂົ້າກິນໃນໄລຍະສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 (COVID-19) ຮອດວັນທີ 20 ພຶດສະພາ 2021.

ອີງຕາມ ແຈ້ງການ ເລກທີ 462/ຫສນຍ, ລົງວັນທີ 5 ພຶດສະພາ 2021 ທິດຊີ້ນໍາກ່ຽວກັບການສືບຕໍ່ປະຕິບັດຄໍາສັ່ງ
ເລກທີ 15/ນຍ, ລົງວັນທີ 21 ເມສາ 2011 ວ່າດ້ວຍການເພີ່ມທະວີມາດຕະການ ສະກັດກັ້ນ, ຄວບຄຸມ ແລະ ກຽມ ຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 (COVID-19) ຮອດວັນທີ 20 ພຶດສະພາ 2021.

ເພື່ອປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງໃນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງລາຄາ ແລະ ດັດສົມສິນຄ້າ ໃນຕະຫຼາດໃຫ້ມີປະສິດທິຜົນ ແລະ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານລາຄາ, ມີຄວາມຫມັ້ນຄົງທາງດ້ານການສະຫນອງສິນຄ້າພຽງພໍກັບຄວາມຕ້ອງການ, ບໍ່ໃຫ້ມີຜົນກະທົບບໍ່ດີຕໍ່ສັງຄົມ,ຫຼີກລ່ຽງການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການເກງກໍາໄລທີ່ບໍ່ສົມເຫດສົມຜົນເປັນການເອົາລັດເອົາປຽບຜູ້ບໍລິໂພກ.

ພະແນກອຸດສາຫະກໍາ ແລະ ການຄ້ານະ ຄອນຫຼວງວຽງຈັນ ຮ່ວມມືກັບລັດວິສາຫະກິດ ແລະ ຜູ້ປະກອບການ ກໍານົດຈຸດບໍລິການຈໍາຫນ່າຍໃນລາຄາຊີ້ນໍາ ແລະການຈໍາຫນ່າຍທົ່ວໄປ ດັ່ງລາຍລະອຽດລຸ່ມນີ້ :

1. ຈຸດຈໍາຫນ່າຍຂອງບໍລິສັດລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ນໍາເອົາສິນຄ້າປະເພດເຂົ້າກິນ ແລະ ຊີ້ນຫມູອອກ ຈໍາຫນ່າຍຢູ່ໃນນະຄອນຫຼວງວຽງຈັນໃນ 2 ຈຸດ ຄື ຈຸດຈໍາຫນ່າຍທີ 1 ຢູ່ບ້ານສີຫອມ ເມືອງຈັນທະບູລີ (ເວລາ 8:00 ໂມງ-17:00 ໂມງ, ວັນຈັນ – ວັນສຸກ) ເບີໂທ ຕິດຕໍ່: 020 2222 3339, 020 5564 6928.  ຈຸດຈໍາຫນ່າຍທີ 2  ຢູ່ຕະຫຼາດບຶງທາດຫຼວງມີສະເພາະຊິ້ນຫມູ ( ເວລາ 8:00 ໂມງ-17:00 ໂມງ, ວັນຈັນ-ວັນສຸກ).

ລາຄາເຂົ້າສານຫນຽວປະເພດ 1ລາຄາ 35.000 ກີບ/ຖົງ( 1ຖົງ5ກິໂລ); ເຂົ້າສານຈ້າວລາຄາ 42.000 ກີບ/ຖົງ( 1 ຖົງ 5ກິໂລ); ຊີ້ນຫມູປະເພດ 1ລາຄາສູງສຸດ 48.000 ກີບ/ກິໂລ, ຊີ້ນຫມູປະເພດ 2ລາຄາສູງສຸດ 44.000 ກີບ/ກິໂລ

2. ຈຸດຈໍາຫນ່າຍຂອງບໍລິສັດຊີພີລາວຈໍາກັດນໍາເອົາສິນຄ້າປະເພດ ຊີ້ນຫມູ ອອກຈໍາຫນ່າຍພາຍໃນຮ້ານຊີຟີຟັອກຊັອບ 20 ຮ້ານ ຢູ່ໃນນະຄອນຫຼວງວຽງຈັນຮອດວັນທີ 23/05/2021 (ເວລາ 6:00 ໂມງ-19:00ໂມງທຸກໆວັນ)

 

3. ຈຸດຈໍາຫນ່າຍຂອງບໍລິສັດຄໍາແພງເພັດ ແຈ້ງສະຫວ່າງສົ່ງເສີມການກະເສດຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ ນໍາເອົາສິນຄ້າປະເພດ ເຂົ້າກິນ ອອກຈໍາຫນ່າຍຢູ່ໃນນະຄອນຫຼວງວຽງຈັນຄືດັ່ງນີ້:  ຈຸດຈໍາຫນ່າຍຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ຫຼື ຕະຫຼາດແຈ້ງສະຫວ່າງ (ເວລາ 8:00 ໂມງ-17:00 ໂມງ, ວັນຈັນວັນ-ອາທິດ), ເບີໂທຕິດຕໍ່: 020 9990 2383; 020 9977 5299.

4. ຈຸດຈໍາຫນ່າຍພືດຜັກອິນຊີດັ່ງນີ້  ດົງນາໂຊກ ຂາຍຫມົດມື້ ວັນຈັນ ແລະ ວັນພະຫັດ; ຕະຫຼາດຊ້າງຄູ້ ຂາຍຕອນບ່າຍ ວັນຈັນ ແລະ ວັນພະຫັດ; ຕະຫຼາດຫ້ວຍຫົງ ຂາຍຕອນບ່າຍ ວັນເສົາຕະຫຼາດຫຼັກ 8 ສົມຫວັງ ຂາຍທາງອອນໄລ ແລະ ສົ່ງເປັນມື້. ຮ້ານຄ້າກອງທັບຫຼັກ5 ຂາຍຕອນບ່າຍ ວັນຈັນ ແລະ ວັນພະຫັດ. ຕະຫຼາດທົ່ງຂັນຄໍາ ຂາຍຕອນເຊົ້າ ວັນອາທິດ. ຕະຫຼາດ ຊໍາເກດລາວສໍາພັນ ຂາຍຕອນເຊົ້າ ວັນອາທິດ; ເດີ່ນສູນການຄ້າລາວ-ໄອເຕັກ ຂາຍຕອນເຊົ້າ ວັນພຸດ ແລະ ວັນເສົາ (ເບີໂທພົວພັນ 020 55216244 ທ່ານ ຄໍາພູ ພັນທະບຸນ ຫົວຫນ້າກຸ່ມກະສິກໍາອິນຊີ ຂອງນະຄອນຫຼວງວຽງຈັນ)

5. ການຈໍາຫນ່າຍທົ່ວໄປກໍມີການບໍລິການປົກກະຕິເຊັ່ນ ຕະຫຼາດ, ສູນການຄ້າ, ຊັບພະສິນຄ້າ ແລະ ຮ້ານຄ້າ ຍ່ອຍທີ່ທາງການອະນຸຍາດ.

ສະໜັບສະໜູນຂ່າວໂດຍ: