ເລຂາສະຫະປະຊາຊາດຮຽກຮ້ອງໃຫ້ເພີ່ມການຜະລິດ ແລະ ຈັດສັນວັກແຊັງປ້ອງກັນໂຄວິດ

644

ທ່ານອັນໂຕນິໂອ ກູເຕເຣສ ຮຽກຮ້ອງໃຫ້ຜູ້ທີ່ມີສັກກະຍະພາບຮ່ວມກັນຜະລິດວັກແຊັງປ້ອງກັນໂຄວິດ-19 ເພີ່ມອີກສອງເທົ່າ ແລະ ຈັດສັນວັກແຊັງໃຫ້ຍຸຕິທຳກວ່ານີ້ ເພື່ອໃຫ້ປະເທດທີ່ທຸກຍາກໄດ້ຮັບໂອກາດການປ້ອງກັນດ້ານສາທາລະນະສຸກ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ສະຫະລັດ ອາເມຣິກາ ເມື່ອວັນພະຫັດ ທີ 13 ພຶດສະພາ ວ່າ ທ່ານອັນໂຕນິໂອ ກູເຕເຣສ ເລຂາທິການສະຫະປະຊາຊາດ​ (UN) ກ່າວເມື່ອວັນພຸດ ຜ່ານມາ ກ່ຽວກັບການກະຈາຍວັກແຊັງປ້ອງກັນໂຄວິດ-19 ທົ່ວໂລກ ວ່າ ທຸກພາກສ່ວນທີ່ມີສັກກະຍະພາບໃນການຜະລິດວັກແຊັງທີ່ມີປະສິດຕິພາບ ຕ້ອງເພີ່ມການຜະລິດອີກ 2 ເທົ່າ ເພື່ອເພີ່ມຄວາມສະເໝີພາບໃຫ້ແກ່ຂະບວນການຈັດສັນ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ທ່ານກູເຕເຣສ ກ່າວວ່າ ເປັນສິ່ງທີ່ຮ້າຍແຮງຢ່າງຍິ່ງ ແລະ ບໍ່ສາມາດຍອມຮັບໄດ້ ເມື່ອກຸ່ມປະເທດທີ່ພັດທະນາ ແລະ ຮັ່ງມີ ສາມາດສັກວັກແຊັງໃຫ້ແກ່ປະຊາຊົນຕົນເອງໄດ້ເກືອບທັງໝົດ ຂະນະທີ່ ປະເທດກຳລັງພັດທະນາໄປຈົນເຖິງປະເທດທຸກຍາກບໍ່ມີວັກແຊັງໃຫ້ແກ່ປະຊາຊົນແມ້ແຕ່ໂດສດຽວ.

ຂະນະດຽວກັນ, ເລຂາທິການສະຫະປະຊາຊາດ ກ່າວເຖິງການກາຍພັນຊ້ຳຊ້ອນຂອງໄວຣັສໂຄໂລນາ ຈົນເກີດເປັນສາຍພັນຊະນິດໃຫມ່ ດັ່ງທີ່ຖືກເອີ້ນຕາມຊື່ຂອງປະເທດທີ່ພົບຄັ້ງທຳອິດ ບໍ່ວ່າຈະເປັນສາຍພັນອັງກິດ, ອິນເດຍ, ບຣາຊິລ ແລະ ອາຟຣິກາໃຕ້ ວ່າ ກຳລັງເຮັດໃຫ້ວິກິດການແຜ່ລະບາດຂອງໂຄວິດ-19 ແຜ່ລາມຂະຫຍາຍວົງກວ້າງດັ່ງກັບໄຟປ່າ ໂດຍສະເພາະໃນປະເທດກຳລັງພັດທະນາ ແລະ ປະເທດທຸກຍາກ. ດ້ວຍເຫດນີ້ ການແບ່ງປັນວັກແຊັງໃຫ້ມີຄວາມທົ່ວເຖິງ ແລະ ການສັກວັກແຊັງໃຫ້ແກ່ປະຊາຊົນໃນປະເທດໃຫ້ໄດ້ຫຼາຍທີ່ສຸດ ເຊິ່ງເປັນວາລະສຳຄັນທີ່ສຸດທີ່ຕ້ອງເລັ່ງດຳເນີນການ.

อาจเป็นรูปภาพของ 1 คน

ທັດສະນະຂອງທ່ານກູເຕເຣສ ມີຂຶ້ນ ໃນຂະນະທີ່ປະເທດອິນເດຍ ເຊິ່ງເປັນຖານການຜະລິດວັກແຊັງໂລກ ກຳລັງຜະເຊີນກັບການແຜ່ລະບາດຄັ້ງທີ 2 ແຕ່ຮ້າຍແຮງກວ່າຮອບທຳອິດຫຼາຍ ເນື່ອງຈາກການກາຍພັນຂອງເຊື້ອພະຍາດ ສົ່ງຜົນໃຫ້ການມີຜູ້ຕິດເຊື້ອເພີ່ມຂຶ້ນຈຳນວນຫຼາຍຢ່າງວ່ອງໄວ ການຜະລິດວັກແຊັງຈຶ່ງບໍ່ພຽງພໍ ສົ່ງຜົນກະທົບເຖິງໂຄງການໂຄແວັກຂອງອົງການອະນາໄມໂລກ ໃນການສະໜອງວັກແຊັງໃຫ້ແກ່ປະເທດທຸກຍາກ.