ບໍລິສັດໄຟຟ້ານ້ຳອູ ແລະ ນ້ຳງື່ມ 5 ມອບອຸປະກອນການແພດຕ້ານໂຄວິດ-19 ໃຫ້ຫຼວງພະບາງ ແລະ ຜົ້ງສາລີ

426

ບໍລິສັດ ຜະລິດໄຟຟ້າພະລັງງານນ້ຳອູ ຈຳກັດ ແລະ ນ້ຳງື່ມ 5 ໄດ້ມອບອຸປະກອນຊ່ວຍເຫຼືອຕ້ານການລະບາດພະຍາດຂອງພະຍາດໂຄວິດ-19 ໃຫ້ແກ່ແຂວງຫຼວງພະບາງ ແລະ ແຂວງຜົ້ງສາລີ ລວມມູນຄ່າ 80 ລ້ານກີບ.


ພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 10 ພຶດສະພາ 2021 ທີ່ພະແນກສາທາລະນະສຸກ ແຂວງຫຼວງພະບາງ, ກ່າວມອບໂດຍ ທ່ານ ຊົງ ຮຸຍຮົງ (Song Huihong) ຜູ້ອຳນວຍການໃຫຍ່ບໍລິສັດຜະລິດໄຟຟ້າພະລັງງານນ້ຳອູ ຈຳກັດ ແລະ ນ້ຳງື່ມ 5 ແລະ ກ່າວຮັບແມ່ນ ທ່ານ ບຸນເລືອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ທັງເປັນຫົວໜ້າຄະນະສະເພາະກິດຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ຂັ້ນແຂວງ, ໂດຍມີ ທ່ານ Li Zhigong ຫົວໜ້າກົງສຸນໃຫຍ່ ສປ ຈີນ ປະຈຳແຂວງຫຼວງພະບາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ອຸປະກອນຕ້ານການລະບາດພະຍາດ ແລະ ສິ່ງທີ່ຈຳເປັນໃນຊີວິດປະຈໍາວັນ ທີ່ບໍລິສັດນຳມາມອບໃຫ້ທັງ 2 ແຂວງໃນຄັ້ງນີ້ ປະກອບມີ ຊຸດປ້ອງກັນ ຈຳນວນ 80 ຊຸດ, ຜ້າປິດປາກ N95 ຈໍານວນ 300 ອັນ, ຜ້າປິດປາກການແພດໃຊ້ທົ່ວໄປ ຈຳນວນ 500 ອັນ, ໜ້າກາກປ້ອງກັນ 300 ອັນ, ເຈວລ້າງມື 4 ແກັດ , ແອວກໍຮໍ (ເຫຼົ້າ) 4 ແກັດ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ລວມມູນຄ່າທັງໝົດ 80 ລ້ານກີບ. ໃນນີ້ມອບໃຫ້ແຂວງຫຼວງພະບາງ ມູນຄ່າ 40 ລ້ານກີບ ແລະ ແຂວງຜົ້ງສາລີ ມູນຄ່າ 40 ລ້ານກີບ.


ນັບຕັ້ງແຕ່ການລະບາດຂອງພະຍາດໂຄວິດ-19 ແຕ່ເດືອນເມສາເປັນຕົ້ນມາ, ບໍລິສັດໄດ້ນຳໃຊ້ການຄຸ້ມຄອງແບບປິດ ແລະ ແຕ່ລະເຂື່ອນໄຟຟ້າກໍໄດ້ນຳໃຊ້ການຄຸ້ມຄອງແບບປິດ ຄື: ນຳໃຊ້ສື່ອອນລາຍ ໃນການປະສານວຽກງານ, ຄວບຄຸມການເຂົ້າ-ອອກຂອງບຸກຄະລາກອນຢ່າງເຂັ້ມງວດ, ກວດກາອຸປະກອນປ້ອງກັນການລະບາດ ໃຫ້ພຽງພໍ, ປັບປຸງລະບົບການຄຸ້ມຄອງສຸກເສີນ ແລະ ຮັບປະກັນການປ້ອງກັນ ການລະບາດຂອງພະຍາດໂຄວິດ-19 ອີກດ້ວຍ.

ທ່ານ ບຸນເລືອມ ມະນີວົງ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ບໍລິສັດຜະລິດໄຟຟ້າພະລັງງານນ້ຳອູ ຈຳກັດ ແລະ ນ້ຳງື່ມ 5 ທີ່ໄດ້ນຳເອົາເຄື່ອງຈຳນວນເຫຼົ່ານີ້ມາມອບໃຫ້ ແລະ ຫວັງເປັນຢ່າງຍິ່ງວ່າຈະໄດ້ຮັບການຊ່ວຍເຫຼືອເພີ່ມອີກ. ພ້ອມນັ້ນ, ເພື່ອທ່ານຮອງເຈົ້າແຂວງຫຼວງພະບາງ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ ບໍລິສັດ ຜະລິດໄຟຟ້າພະລັງງານນ້ຳອູ ຈຳກັດ ອີກດ້ວຍ.


ໃນວັນດຽວກັນນັ້ນບໍລິສັດໄຟຟ້ານ້ຳອູ ແລະ ນ້ຳງື່ມ 5 ກໍໄດ້ນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ແຂວງຜົ້ງສາລີ ຕາງໜ້າມອບໂດຍ ທ່ານ ຈັ່ງ ຢົງ ອັນ ຜູ້ຊ່ວຍອຳນວຍການ ບໍລິສັດ ຜະລິດໄຟຟ້າພະລັງງານນໍ້າອູ ຈຳກັດ ແລະ ກ່າວຮັບແມ່ນ ທ່ານ ຄຳເຫຼັກ ໃຈອິສານ ຮອງເຈົ້າແຂວງຜົ້ງສາລີ, ທັງເປັນຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ.