13 ພຶດສະພາ ມີຜູ້ຕິດເຊື້ອເພີ່ມ 65 ຄົນ ໃນນີ້ລະບາດໃນຊຸມຊົນ50 ກໍລະນີ ແລະ ອີກ15 ກໍລະນີເປັນແຮງງານລາວເດີນທາງມາຈາກປະເເທດເພື່ອນບ້ານ

500

ໃນວັນທີ 13 ພຶດສະພາ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່າວວ່າ: ການເຝົ້າລະວັງຄວບຄຸມພະຍາດໂຄວິດ-19 ໃນ ສປປ ລາວ ມາຮອດວັນທີ 13 ພຶດສະພາ 2021 ຜ່ານການເກັບຕົວຢ່າງມາກວດໃນວັນທີ 12 ພຶດສະພາ 2021 ທັງໝົດ ຈຳນວນ 4.143 ກໍລະນີ ຜົນກວດພົບຜູ້ຕິດເຊື້ອເພີ່ມອີກ 65 ຄົນ, ໃນນີ້ ຢູ່ນະຄອນຫຼວງວຽງຈັນ 26 ຄົນ, ຈຳປາສັກ 12 ຄົນ, ແຂວງບໍ່ແກ້ວ 26 ຄົນ ແລະ ສະຫວັນນະເຂດ 3 ຄົນ(ໃນນີ້ເປັນກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກແມ່ນມີ 12 ກໍລະນີ, ສະຫວັນນະເຂດ 3 ກໍລະນີ, ເຫຼືອຈາກນັ້ນ ແມ່ນ ກໍລະນີຕິດເຊື້ອພາຍໃນຊຸມຊົນ 50 ກໍລະນີ ທີ່ພົວພັນກັບຜູ້ຕິດເຊື້ອເກົ່າ).

ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 1.482 ຄົນ ແລະ ເສຍຊີວິດສະສົມ 1 ຄົນ. ສຳລັບການປິ່ນປົວຜູ້ຕິດເຊື້ອຫາຍດີ ທັງໝົດ531ຄົນ(ໃໝ່103ຄົນ) ໃນນີ້ນະຄອນຫຼວງ 65 ຄົນ,  ຈໍາປາສັກ 33 ຄົນ ແລະ ສະຫວັນນະເຂດ 5 ຄົນ. ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັງຄັດ;ຄົນເຈັບຍັງນອນສືບຕໍ່ຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນແ​ຕ່​ລະ​ແຂວງ 1.050ຄົນ

ທ່ານກ່າວຕື່ມວ່າ: ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເປັນອີກວິທີໜຶ່ງທີ່ດີທີ່ສຸດ ໃນການຕັດວົງຈອນການລະບາດ ເປັນຕົ້ນແມ່ນ: ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ​ຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ ທີ່ມີຄວາມແອອັດ,​ ຫຼີກລ້ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫຼີກລ້ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກ ຜູ້ສູງອາຍຸ ເມື່ອຕິດເຊື້ອ ມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ ແລະ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ທັງພາກລັດ ແລະ ເອກະຊົນ ໃຫ້ພ້ອມໃຈປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ຢ່າງເຄັ່ງຄັດ. ຖ້າບັນດາທ່ານຝ່າຝືນບໍ່ປະຕິບັດຕາມຄໍາສັ່ງ, ຈະໄດ້ຖືກປະຕິບັດລະບຽບວິໄນຕາມກົດໝາຍ ແຫ່ງ ສປປ ລາວ.

ສຳລັບ ທ່ານທີ່ຈະໄປສັກວັກຊີນ, ຖ້າຫາກທ່ານມີພະຍາດປະຈຳໂຕ ຈຳເປັນຕ້ອງໄດ້ກິນຢາ ໃນຊ່ວງໄລຍະເວລາດັ່ງກ່າວ ຂໍໃຫ້ທ່ານພົກພາຢາປະຈຳໂຕຂອງທ່ານໄປນຳ ຕາມຄຳແນະນຳຂອງແພດ. ນອກຈາກນັ້ນ ການຕື່ມຂໍ້ມູນລົງໃນແບບຟອມ ຖ້າຫາກໃນແບບຟອມ ບໍ່ໄດ້ລະບຸພະຍາດປະຈຳໂຕຂອງທ່ານ,​ ທ່ານສາມາດຕື່ມຂໍ້ມູນເພິ່ມເຕີມໃສ່ໄດ້ ເພື່ອເປັນຂໍ້ມູນໃຫ້ແກ່ແພດໝໍ ໃນການພິຈາະລະນາການສັກວັກຊີນ ໃຫ້ແກ່ທ່ານ.

ການອອກກໍາລັງກາຍເປັນສິ່ງທີ່ດີເພື່ອສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ແລະ ສຸຂະພາບແຂງແຮງດີ ແຕ່ໃນໄລຍະທີ່ພວກເຮົາປະຕິບັດມາດຕະການເຄັງຄັດນີ້ ຂໍຮຽກຮ້ອງມາຍັງທ່ານຈົ່ງມີສະຕິລະວັງຕົວສູງເຊັ່ນ ໃນເວລາຈະອອກກໍາລັງກາຍບໍ່ໄດ້ຈັບກັນ ເປັນກຸ່ມເປັນກ້ອນ ຫຼື ຈູ້ມກັນ ແລະ ສາມາດຮັກສາໄລຫ່າງໄດ້. ອີກປະການໜຶ່ງ ຖ້າເປັນໄປໄດ້ກໍ່ຂໍຮຽກຮ້ອງທຸກໆທ່ານ ຄວນອອກກໍາລັງກາຍຢູ່ບ້ານຢູ່ເຮືອນຂອງຕົນ ເປັນການດີທີ່ສຸດ.

ບັນຫາໜຶ່ງທີ່ສຳຄັນ ເວລາທ່ານໄປກວດຊອກຫາເຊື້ອ ຂໍການຮ່ວມມືນຳບັນດາທ່ານ ຂໍໃຫ້ທ່ານແຈ້ງລາຍລະອຽດຂອງຕົນເອງຢ່າງຈະແຈ້ງ ຊື່, ນາມສະກຸນ, ອາຍຸ,​ ທີ່ຢູ່ ແລະ ເບີໂທລະສັບຕິດຕໍ່ ພ້ອມທັງເບີໂທລະສັບຄວບຄົວຂອງຕົນເພີ່ມ ໃຫ້ແກ່ທີມງານແພດເກັບຕົວຢ່າງ ເພື່ອສະດວກໃນການຕິດຕໍ່ພົວພັນກັບຄືນຫາພວກທ່ານ ໃນເວລາໄດ້ຜົນກວດ, ຖ້າຫາກທ່ານໃດ ຈົງໃຈປົກປິດຂໍ້ມູນ ຫຼື ລົບຫຼີກ ແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ.

ໃນໄລຍະລໍຖ້າຜົນກວດ ຂໍໃຫ້ບັນດາທ່ານ:  ຈົ່ງຈໍາກັດບໍລິເວນຢູ່ເຮືອນຂອງຕົນ ຈົນຄົບ 14​ ວັນ, ແຍກຕົນເອງອອກຈາກຄົນໃນຄອບຄົວ, ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ຖ້າຜົນກວດບວກ (+) ຈະມີທີມງານແພດຕິດຕໍ່ຫາທ່ານ ເພື່ອຮັບທ່ານເຂົ້ານອນປິ່ນປົວ, ຖ້າຜົນກວດລົບ (-) ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນຈົນຄົບ 14 ວັນ ໃນໄລຍະຈໍາກັດບໍລິເວນ ຫາກມີອາການໃດໜຶ່ງເຊັ່ນ: ໄຂ້, ໄອ, ດັງບໍ່ໄດ້ກິ່ນ ຫຼື ລີ້ນບໍ່ໄດ້ຮັບລົດຊາດ ໃຫ້ທ່ານກັບຄືນມາກວດ ພ້ອມທັງບອກຂໍ້ມູນກ່ຽວກັບວັນທີ ໃນການກວດຄັ້ງທຳອິດ.

ສະໜັບສະໜູນຂ່າວໂດຍ: