ໂຮງໝໍແຂວງຈຳປາສັກລາຍງານວ່າ: ໃນຕອນເຊົ້າຂອງວັນທີ 12 ພຶດສະພາ 2021 ທີ່ ໂຮງໝໍແຂວງຈຳປາສັກ ໄດ້ເປີດກອງປະຊຸມ ວາງແຜນຮ່ວມກັບ ຄະນະທີມແພດຊ່ຽວຊານ ຈາກ ສສ ຫວຽດນາມ.
ໂດຍການເຂົ້າຮ່ວມ ຂອງ ທ່ານ ດຣ ປະນອມ ຟອງມະນີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ທ່ານ.ປອ.ດຣ ເວືອງແອ໋ງເຢືອງ ຮອງກົມຄຸ້ມຄອງກວດ ແລະ ປີ່ນປົວພະຍາດ ສສ ຫວຽດນາມ ພ້ອມຄະນະແພດຊ່ຽວຊານ, ມີທ່ານ ດຣ ຄຳສິງ ແກ້ວທອງກຸ ຜູ້ອຳນວຍການໂຮງໝໍຈຳປາສັກ, ມີຜູ້ຕ່າງໜ້າຈາກຫ້ອງການກະຊວງສາທາລະນະສຸກ, ຕ່າງໜ້າຈາກກົມປີ່ນປົວ-ຟື້ນຟູ ພ້ອມດ້ວຍພະນັກງານແພດໝໍ ໂຮງໝໍແຂວງຈຳປາສັກທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ດຣ ຄຳສິງ ແກ້ວທອງກຸ ຜູ້ອຳນວຍການໂຮງໝໍຈຳປາສັກໄດ້ລາຍງານສະພາບລວມຂອງການຈັດຕັ້ງປະຕິບັດວຽກງານຄຸ້ມຄອງກໍລະນີຂອງແຕ່ລະສູນໃຫ້ຄະນະຜູ້ແທນກອງປະຊຸມຊາບວ່າ:ປັດຈຸບັນນີ້ ຢູ່ແຂວງຈຳປາສັກໄດ້ຂະຫຍາຍສະຖານທີ່ການປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19ໄດ້ທັງໝົດ 3 ແຫ່ງ ເຊີ່ງປະກອບມີ : ສູນປິ່ນປົວທີ່ເມືອງໂພນທອງ ສາມາດຮອງຮັບຄົນເຈັບໄດ້ 52 ຕຽງ, ໂຮງໝໍພາກສະໜາມ ( ວິທະຍາໄລການເງິນພາກໃຕ້ ) ສາມາດຮັບຮອງຄົນເຈັບໄດ້ 334 ຕຽງ ແລະ ໂໝໍບໍລິເວນ106 ເຊິ່ງໂຮງໝໍດັ່ງກ່າວນີ້ໄດ້ກຳນົດເປັນບ່ອນຮອງຮັບຄົນເຈັບໜັກ, ຄົນເຈັບເປັນຕ້ອງໄດ້ຜ່າຕັດ ແລະ ເກີດລູກ.
ຈາກນັ້ນຄະນະທິມແພດຍັງໄດ້ລົງເບິ່ງຕົວຈິງການຈັດຕັ້ງປະຕິບັດໃນການປິ່ນປົວຄົນເຈັບຢູ່ສູນປິ່ນປົວທັງ 3 ແຫ່ງ ເພື່ອເກັບກຳຂໍ້ມູນ ແລະ ທົບທວນຄືນວິທີການຈັດຕັ້ງປະຕິບັດຂອງແຕ່ລະຈຸດການປີ່ນປົວເພື່ອຖອດຖອນບົດຮຽນ ແລະ ວາງແຜນໃນການຈັດຕັ້ງປະຕິບັດໃຫ້ແທດເໜາະກັບຕົວຈິງສາມາດແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ແຂວງຈຳປາສັກ.