ຊົມເຊີຍ ແຂວງສະຫວັນນະເຂດ​ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ​ອີກ 5​ ຄົນ

344

ພະແນກສາທາລະນະສຸກ ແຂວງ ສະຫວັນນະເຂດລານງານວ່າ: ວັນທີ 12 ພຶດສະພາ 2021 ເວລາ 16:00 ໂມງ ຢູ່ສູນປີ່ນປົວພະຍາດໂຄວິດ-19 ( ວິທະຍາໄລ ວິທະຍາສາດ ສຸຂະພາບ ) ແຂວງສະຫວັນນະເຂດ​ ໄດ້ມີພິທີມອບ – ຮັບຜູ້ທີ່ປິ່ນປົວດີຈາກພະຍາດໂຄວິດ-19 ຈຳນວນ 5 ກໍລະນີ.

ເຂົ້າຮ່ວມຂອງ ທ່ານ ປອ ດຣ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ຫົວໜ້າກອງເລາຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດ ພະຍາດໂຄວິດ-19 ຂັ້ນແຂວງ, ທ່ານ ດຣ ນ. ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງ, ທິມແພດປິ່ນປົວ, ຄອບຄົວ ແລະ ອໍານາດການປົກຄອງບ້ານບ່ອນຢູ່ຂອງຄົນເຈັບກໍໄດ້ເຂົ້າຮ່ວມໃນການມອບຮັບ-ຄັ້ງນີ້.

ທ່ານ ປອ ດຣ ຕຽງຄຳ ປ້ອງວົງສາ ໄດ້ກ່າວວ່າ: ຜູ້ທີ່ໄດ້ຮັບການປິ່ນປົວພະຍາດໂຄວິດ-19 ໃນທົ່ວແຂວງສະຫວັນນະເຂດ ແມ່ນມີ 51 ຄົນ, ຍິງ 28 ຄົນ,ໃນນີ້ແມ່ນໄດ້ປິ່ນປົວດີແລ້ວ 7 ກໍລະນີ, ຍິງ 02 ຄົນ. ພ້ອມນີ້ ທ່ານຍັງໄດ້ໃຫ້ຄໍາແນະນຳຕໍ່ກັບຜູ້ທີ່ປີ່ນປົວດີເເລ້ວ, ຄອບຄົວ,ແລະ ອຳນາດການປົກຄອງບ້ານວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ເຮືອນຕື່ມອີກ 14 ວັນ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.

ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ (New normal) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.


ລາຍຊື່ຜູ້ທີ່ປິ່ນປົວຫາຍດີແລ້ວ ແລະ​ ອອກຈາກສູນປິ່ນປົວໃນວັນທີ 12 ພຶດສະພາ 2021ມີ 5 ຄົນ ຄື:
1. ທ້າວ ບຸນເລີດ ພູມສະຫວັດ ອາຍຸ 31 ປີ ບ້ານ ລັດຕະນະລັງສີໃຕ້ ນະຄອນໄກສອນ ພົມວິຫານ, ວັນທີເຂົ້າໂຮງໝໍ 26 ເມສາ , ວັນທີ ອອກໂຮງໝໍ 12 ພຶດສະພາ​ ລວມວັນນອນປີ່ນປົວ 16 ວັນ.
2. ທ້າວ ຈັນທະພອນ ວໍລະເດດ ອາຍຸ 34 ປີ ບ້ານ ໂພນສະຫວ່າງໃຕ້ ນະຄອນໄກສອນ ພົມວິຫານ, ວັນທີເຂົ້າໂຮງໝໍ 26 ເມສາ, ວັນທີ ອອກໂຮງໝໍ 12 ພຶດສະພາ ລວມວັນນອນປີ່ນປົວ 16 ວັນ.


3. ທ້າວ ຟາມ ວັນເເມັກ ອາຍຸ 29 ປີ ບ້ານ ນາເລົ່າ ນະຄອນໄກສອນ ພົມວິຫານ, ວັນທີເຂົ້າໂຮງໝໍ 26 ເມສາ ,ວັນທີ ອອກໂຮງໝໍ 12 ພຶດສະພາ​ ລວມວັນນອນປີ່ນປົວ 16 ວັນ.
4.​ ນາງ ເທບທິດາ ສາຍຕາ ອາຍຸ 27 ປີ ບ້ານ ສະໜາມໄຊ ນະຄອນໄກສອນ ພົມວິຫານ, ວັນທີເຂົ້າໂຮງໝໍ 26 ເມສາ, ວັນທີ ອອກໂຮງໝໍ 12 ພຶດສະພາ ລວມວັນນອນປີ່ນປົວ 16 ວັນ.
5.​ ນາງ ອຸໄລພອນ ສີສະໝຸດ ອາຍຸ 29 ປີ ບ້ານ ນາເລົ່າ ນະຄອນໄກສອນ ພົມວິຫານ, ວັນທີເຂົ້າໂຮງໝໍ 26 ເມສາ, ວັນທີ ອອກໂຮງໝໍ 12 ພຶດສະພາ​ ລວມວັນນອນປີ່ນປົວ 16 ວັນ.