ແຂວງຫົວພັນ ເປີດກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊຸດທີ II

635

ໃນຕອນເຊົ້າວັນທີ 13 ພຶດສະພາ 2021  ສະພາປະຊາຊົນແຂວງຫົວພັນ ຊຸດທີ II ໄດ້ເປີດກອງປະຊຸມຄັ້ງປະຖົມມະລືກຂອງຕົນຂຶ້ນຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຄຳວອນ ບຸນທະວົງ ປະທານສະພາປະຊາຊົນແຂວງຫົວພັນຊຸດທີ I ເປັນກຽດເຂົ້າຮ່ວມມີ ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ, ມີບັນດາທ່ານການນຳຂອງແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 8, ສະມາຊິກສະພາປະຊາຊົນແຂວງ (ສສຂ), ທ່ານເຈົ້າເມືອງ 10 ເມືອງ, ຜູ້ຕາງໜ້າອົງການຈັດຕັ້ງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ພະແນກການ, ອົງການທຽບເທົ່າ, ສອງກອງບັນຊາການ ແລະ ພາກສ່ວນທຸລະກິດຕ່າງໆເຂົ້າຮ່ວມນຳ.


ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາຮັບຮອງເອົາບັນດາບັນຫາສຳຄັນຂອງແຂວງຄື: ຮັບຟັງການລາຍຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບຜົນສໍາເລັດຂອງການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ II; ເລືອກຕັ້ງປະທານສະພາປະຊາຊົນແຂວງ ຊຸດທີ II ຕາມການສະເຫນີຂອງຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ I; ພິຈາລະນາ-ຮັບຮອງເອົາໂຄງປະກອບກົງຈັກຂອງສະພາປະຊາຊົນແຂວງ, ການແຕ່ງຕັ້ງປະທານຄະນະກໍາມະການ, ເລຂາທິການ-ຮອງປະທານຄະນະກໍາມະການສະພາປະຊາຊົນແຂວງ ແລະ ເລືອກຕັ້ງເຈົ້າແຂວງຕາມການສະເຫນີຂອງຄະນະປະຈໍາສະພາປະຊາຊົນ ແຂວງຫົວພັນ ຊຸດທີ II;

ພິຈາລະນາ, ຮັບຮອງໂຄງປະກອບກົງຈັກຂອງອົງການປົກຄອງແຂວງ, ການແຕ່ງຕັ້ງຮອງເຈົ້າແຂວງ, ຫົວຫນ້າພະແນກ, ອົງການທຽບເທົ່າ ຕາມການສະເຫນີ ຂອງເຈົ້າແຂວງ, ເລືອກຕັ້ງຫົວຫນ້າອົງການໄອຍະການປະຊາຊົນແຂວງ ແລະ ປະທານສານປະຊາຊົນແຂວງ ຕາມການສະເຫນີຂອງຄະນະປະຈໍາສະພາປະຊາຊົນແຂວງ ພ້ອມທັງຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 5 ປີ ຄັ້ງທີ VIII ( 2016-2020 ), ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 5 ປີ ຄັ້ງທີ IX ( 2021-2025 ) ຕາມການສະເຫນີ ຂອງທ່ານເຈົ້າແຂວງ, ຮັບຮອງເອົາ ການເຄື່ອນໄຫວວຽກງານ 5 ປີ ( 2016-2020 ) ແລະ ແຜນການເຄື່ອນໄຫວວຽກງານ 5 ປີ ( 2021-2025 ) ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນ ແຂວງຫົວພັນ;ພິຈາລະນາ, ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ ( 2021-2025 ) ຂອງສະພາປະຊາຊົນ ແຂວງຫົວພັນ ຊຸດທີ II.

ກອງປະຊຸມຄັ້ງນີ້ແມ່ນສຸດທີ່ມີຄວາມຫມາຍສໍາຄັນ ເພາະເປັນການພິຈາລະນາ ແລະ ຕົກລົງຮັບຮອງເອົາບັນດາບັນຫາທີ່ສໍາຄັນພື້ນຖານ ຂອງແຂວງໃນໄລຍະ 5 ປີ ຕໍ່ຫນ້າ. ເຊິ່ງມັນໄດ້ຮຽກຮ້ອງໃຫ້ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຊຸດທີ II ຕ້ອງຍົກສູງຄວາມຮັບຜິດຊອບທາງການເມືອງໃຫ້ໜັກແໜ້ນ, ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ ຂອງຕົນເຂົ້າໃນການຄົ້ນຄວ້າ, ປະກອບຄວາມເຫັນຢ່າງເລິກເຊິ່ງ ແລະ ມີຈຸດສຸມ ເຂົ້າໃສ່ແຕ່ລະເນື້ອໃນທີ່ນໍາມາພິຈາລະນາ ໃຫ້ຮັບປະກັນຄວາມຖືກຕ້ອງສອດຄ່ອງກັບແນວທາງແຜນນະໂຍບາຍ ຂອງພັກ-ລັດ, ລັດຖະທໍາມະນູນ ແລະ ກົດຫມາຍ ກໍຄືສະພາບຄວາມເປັນຈິງ ແຂວງ, ແນໃສ່ຮັບປະກັນເຮັດ ໃຫ້ການດໍາເນີນກອງປະຊຸມຄັ້ງນີ້ ບັນລຸຜົນສໍາເລັດຕາມຄາດຫມາຍທີ່ວາງໄວ້.

ຂ່າວ-ພາບ: ໄອແກ້ວ