ວາເລນເຊຍ ປະກາດອໍາລາອາຊີບການເປັນນັກເຕະຢ່າງເປັນທາງການປິດສາກ 18 ປີ

609

ອັນໂຕນິໂອ ວາເລນເຊຍ ອະດີດນັກເຕະຂອງ ແມນເຊັສເຕີ ຢູໄນເຕັດ ປະກາດອໍາລາອາຊີບການເປັນນັກເຕະຢ່າງເປັນທາງການຢຸດຕິເສັ້ນທາງການເປັນນັກເຕະ 18 ປີດ້ວຍອາຍຸ 35 ປີ.

ວາເລນເຊຍ ເລີ່ມຫຼິ້ນບານເຕະຕັ້ງແຕ່ປີ 2003 ກັບທີມເອລ ນາຊິອອງນາລ ກ່ອນສ້າງຊື່ສຽງກັບ ວີແອນ ແອັດເລຕິກ ເມື່ອປີ 2006 ຈົນເຮັດໃຫ້ ແມນເຊັສເຕີ ຢູໄນເຕັດ ດຶງໄປຮ່ວມທີມເມື່ອປີ 2009 ເຊິ່ງລາວກໍເປັນສ່ວນສໍາຄັນຊ່ວຍໃຫ້ ແມນຢູ ຍາດໄດ້ແຊັມພຣີເມຍລີກ 2 ສະໄໝ, ເອັຟເອ ຄັບ 1 ສະໄໝ, ລີກຄັບ 2 ສະໄໝ, ຄອມມູນິຕີ ຊິລ 3 ສະໄໝ ແລະ ຢູໂຣປາ ລີກ 1 ສະໄໝຕະຫຼອດໄລຍະທີ່ຢູ່ກັບ ແມນຢູ 10 ປີລົງຫຼິ້ນໃຫ້ທັງໝົດ 241 ນັດຍິງໄປ 17 ປະຕູ.

ຫຼັງຈາກນັ້ນ ວາເລນເຊຍ ກໍຍ້າຍອອກຈາກທີມເມື່ອປີ 2019 ໄປຢູ່ກັບ ແອລ.ດີ.ຢູ ກີໂຕ ທີມໃນລີກບ້ານເກີດທີ່ປະເທດ ເອກວາດໍ ກ່ອນຍ້າຍທີມອີກຄັ້ງໄປຢູ່ກັບ ເກເຣຕາໂຣ ທີມໃນລີກແມັກຊິກ ໃນຕົ້ນປີ 2021 ຈົນຫຼ້າສຸດປະກາດອໍາລາອາຊີບນັກເຕະຮຽບຮ້ອຍ.