ໂຣນັລໂດ ສ້າງສະຖິຕິຍິງໄດ້ 100 ປະຕູໃນແຕ່ລະສະໂມສອນພາຍໃນ 3 ປະເທດ

648

ຄຣິສເຕຍໂນ ໂຣນັລໂດ ກອງໜ້າຊາວປ໊ອກຕຸຍການ ກາຍເປັນນັກເຕະຄົນທໍາອິດທີ່ຍິງຄົບ 100 ປະຕູໃຫ້ກັບສະໂມສອນພາຍໃນ 3 ປະເທດ ຫຼັງຈາກຫຼ້າສຸດຍິງ 1 ປະຕູຊ່ວຍໃຫ້ກັບ ຢູເວນຕຸສ ເອົາຊະນະ ຊາສຊູໂອໂລ 3-1 ໃນການແຂ່ງຂັນບານເຕະກັນໂຊ ເຊເຣຍ ອາ ອິຕາລີ ເມື່ອວັນທີ 12 ພຶດສະພາ 2021.

ປະຕູດັ່ງກ່າວເຮັດໃຫ້ ໂຣນັລໂດ ກາຍເປັນນັກເຕະຄົນທໍາອິດໃນປະຫວັດສາດທີ່ຍິງປະຕູລວມທຸກລາຍການໄດ້ຢ່າງໜ້ອຍ 100 ປະຕູກັບສະໂມສອນພາຍໃນ 3 ປະເທດໄດ້ແກ່:

– ແມນເຊັສເຕີ ຢູໄນເຕັດ ຈາກອັງກິດ 118 ປະຕູ
-ຣີລ ມາດຣິດ ຈາກແອັດສະປາຍ 450 ປະຕູ
-ຢູເວນຕຸສ ຈາກອິຕາລີ 100 ປະຕູ.