ຄໍລໍາມຸມຫຼັກ8: ອ່ານໃຫ້ເຂົ້າໃຈ ແຈ້ງການເລກທີ 462

4736

ຕ້ອງຍອມຮັບວ່າໃນເວລານີ້ການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາຕົວເລກຍັງບໍ່ຢຸດຊະງັກເທື່ອ.
ສະນັ້ນພວກເຮົາຈຶ່ງເຫັນຄຳສັ່ງກໍຄືແຈ້ງການຫຼາຍສະບັບຂອງການນຳພັກ-ລັດ ທະຍອຍກັນອອກມາ ແນໃສ່ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ ໂດຍສະເພາະແມ່ນການລະບາດໃນຮອບສອງນີ້.


ບັນດາຄຳສັ່ງທີ່ຕ້ອງໄດ້ກຳແໜ້ນ ແລະ ອ່ານໃຫ້ເຂົ້າໃຈເພື່ອຈັດຕັ້ງປະຕິບັດໃຫ້ເກີດຜົນສູງສຸດກໍມີ ຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ຂອງທ່ານນາຍົກລັດຖະມົນຕີ; ຄຳສັ່ງເລກທີ 87/ຄລສພ ລົງວັນທີ 25 ເມສາ 2021 ຂອງຄະນະເລຂາທິການສູນກາງພັກ; ແຈ້ງການເລກທີ 406/ຫສນຍ ລົງວັນທີ 26 ເມສາ 2021 ແລະ ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງທີ່ແກ່ຍາວເວລາອອກໄປຕື່ມອີກ 15 ວັນ ເລີ່ມຕັ້ງແຕ່ເວລາ 00:00 ໂມງ ຂອງວັນທີ 06 ພຶດສະພາ ຫາ 24:00 ໂມງ ຂອງວັນທີ 20 ພຶດສະພາ 2021 ແລະ ຫຼ້າສຸດແມ່ນແຈ້ງການເລກທີ 462/ຫສນຍ ລົງວັນທີ 5 ພຶດສະພາ 2021, ໃນແຈ້ງການນີ້ຜູ້ຂຽນຢາກໃຫ້ທຸກທ່ານກຳໄດ້ຈຸດສຳຄັນທີ່ເພິ່ນແນະນຳໃນຂໍ້ (2) ດັ່ງນີ້:


2. ໃຫ້ຄະນະສະເພາະກິດ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ສືບຕໍ່ປະຕິບັດຕາມການມອບຄວາມຮັບຜິດຊອບທີ່ໄດ້ກຳນົດໄວ້ໃນຄຳສັ່ງເລກທີ 15/ນຍ ແລະ ແຈ້ງການເລກທີ 406/ຫສນຍ, ພ້ອມກັນນີ້ກໍໃຫ້ເອົາໃຈໃສ່ຕື່ມບາງວຽກຈຸດສຸມດັ່ງນີ້:
1) ກະຊວງສາທາລະນະສຸກ
– ສືບຕໍ່ເລັ່ງລັດຊອກຫາຜູ້ຕິດເຊື້ອ, ຜູ້ສໍາຜັດໃກ້ຊິດຜູ້ຕິດເຊື້ອ ແລະ ຜູ້ທີ່ມີຄວາມສ່ຽງ ເພື່ອມາກວດວິເຄາະຫາເຊື້ອໃຫ້ໝົດ, ສຸມໃສ່ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີເປັນປົກກະຕິໂດຍໄວ,
– ໃຫ້ຮີບຮ້ອນນໍາເອົາຜູ້ທີ່ໄດ້ພົບເຫັນວ່າຕິດເຊື້ອທີ່ຍັງບໍ່ທັນມາສະເໜີຕົວ ຫຼື ຍັງຫຼົບລີ້ໃຫ້ມາປິ່ນປົວຢູ່ໂຮງໝໍຕາມການກຳນົດຂອງແພດໂດຍໄວ.
– ສືບຕໍ່ສັກວັກແຊັງກັນພະຍາດໃຫ້ກຸ່ມເປົ້າໝາຍ ແລະ ປະຊາຊົນທົ່ວໄປໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້, ພ້ອມທັງຈັດຊື້ວັກແຊັງໃຫ້ໄດ້ຕາມແຜນການ.


2) ຄະນະສະເພາະກິດ
– ສົມທົບອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ປັບປຸງສະຖານທີ່ຈໍາກັດບໍລິເວນ. ໂຮງໝໍພາກສະໜາມໃຫ້ໄດ້ມາດຕະຖານດີຂຶ້ນກວ່າເກົ່າ ຮັບປະກັນບໍ່ໃຫ້ມີການແຜ່ເຊື້ອຢູ່ສະຖານທີ່ດັ່ງກ່າວ.
– ໃຫ້ຄະນະສະເພາະກິດສືບຕໍ່ຮ່ວມມືກັບວິຊາການແພດປະເທດເພື່ອນມິດ ເພື່ອຄວບຄຸມ ແລະ ແກ້ໄຂການລະບາດໃຫ້ໄດ້ໂດຍໄວ.
– ສົມທົບກັບຂະແໜງກ່ຽວຂ້ອງ ແລະ ທ້ອງຖິ່ນ ສືບຕໍ່ໂຄສະນາເຜີຍແຜ່ເຖິງຜົນຮ້າຍພະຍາດໂຄວິດ-19, ມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງ ແລະ ເປັນປົກກະຕິ, ພ້ອມທັງຕິດຕາມ ກວດກາ ການປະຕິບັດມາດຕະການຕ່າງໆທີ່ວາງອອກໃຫ້ມີປະສິດທິຜົນ.
– ອໍານວຍຄວາມສະດວກໃຫ້ແກ່ການຈໍລະຈອນສິນຄ້າ-ການດໍາເນີນກິດຈະການສໍາຄັນຕ່າງໆຂອງລັດຖະບານ, ການທຳມາຫາກິນ ແລະ ການຜະລິດກະສິກຳຂອງປະຊາຊົນ ເພື່ອສະໜອງສະບຽງອາຫານໃຫ້ສັງຄົມພຽງພໍໃນແຕ່ລະວັນ.
– ປັບປຸງເນື້ອໃນຖະແຫຼງຂ່າວປະຈໍາວັນໃຫ້ຫຼາກຫຼາຍ, ກະທັດຮັດ ແລະ ເຂົ້າໃຈງ່າຍ.


3. ໃຫ້ຄະນະສະເພາະກິດແຕ່ລະຂັ້ນສືບຕໍ່ຕິດຕາມ, ປະເມີນສະພາບການເປັນແຕ່ລະໄລຍະ, ຖ້າຢູ່ທ້ອງຖິ່ນໃດສະພາບການດີຂຶ້ນ ກໍໃຫ້ທ້ອງຖິ່ນນັ້ນພິຈາລະນາ ແລະ ອອກມາດຕະການຜ່ອນຄາຍຕາມຄວາມເໝາະສົມ, ພ້ອມທັງເຜີຍແຜ່ໃຫ້ສັງຄົມໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດຢ່າງເປັນເຈົ້າການ, ແຕ່ກົງກັນຂ້າມທ້ອງຖິ່ນໃດຫາກຍັງມີການລະບາດເພີ່ມຂຶ້ນ ກໍໃຫ້ນຳໃຊ້ມາດຕະການເຂັ້ມງວດຕື່ມອີກ.


4. ໃຫ້ຄະນະສະເພາະກິດ ແຕ່ລະຂັ້ນສົມທົບກັບພາກສ່ວນກ່ຽວຂ້ອງສືບຕໍ່ລະດົມທຶນ ແລະ ຮັບເອົາການຊ່ວຍເຫຼືອຈາກທຸກພາກສ່ວນໃນສັງຄົມ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.

ຜູ້ຂຽນຄິດວ່າ ຫາກອ່ານໃຫ້ເຂົ້າໃຈແລ້ວການຈັດຕັ້ງປະຕິບັດກໍຈະສະດວກ, ວ່ອງໄວ ຫຼີກໄດ້ສະພາບປາກົດການຫຍໍ້ທໍ້ທີ່ເຄີຍມີໃນໄລຍະຜ່ານມານໍ?.
(ຈົບ)

ໂດຍ: ທິດດີ