ໄບອອນເທັກ ກຽມເປີດສຳນັກງານໃນສິງກະໂປ

312

ບໍລິສັດໄບອອນເທັກ (BIONTECH) ເຊິ່ງເປັນຜູ້ພັດທະນາວັກແຊັງປ້ອງກັນໂຄວິດ-19 ຮ່ວມກັບບໍລິສັດໄຟເຊີ ໄດ້ເລືອກເອົາປະເທດສິງກະໂປ ເປັນບ່ອນຕັ້ງສຳນັກງານໃຫຍ່ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ເປັນສຳນັກງານແຫ່ງທຳອິດໃນທະວີບອາຊີ ຫວັງເພີ່ມສັກກະຍະພາບດ້ວຍເຕັກໂນໂລຊີ mRNA.


ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 10 ພຶດສະພາຜ່ານມາວ່າ: ບໍລິສັດໄບອອນເທັກ ແລະ ບໍລິສັດໄຟເຊີ ອອກຖະແຫຼງການວ່າ ກຽມສ້າງຕັ້ງສຳນັກງານ ແລະ ໂຮງງານຜະລິດວັກແຊັງປ້ອງກັນໂຄວິດ-19 ໃນສິງກະໂປ ເພື່ອໃຫ້ກາຍເປັນສູນກາງການຜະລິດ ໂດຍນຳໃຊ້ເຕັກໂນໂລຊີ mRNA ທີ່ທັງສອງບໍລິສັດຮ່ວມກັນພັດທະນາຂຶ້ນ. ຂະນະດຽວກັນກໍຫວັງວ່າຈະເພີ່ມສັກກະຍະພາບໃນການຜະລິດວັກແຊັງປ້ອງກັນໂຄວິດ-19 ໃຫ້ແກ່ຂົງເຂດອາຊີຕາເວັນອອກສຽງໃຕ້ ທີ່ກຳລັງປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19.


ແນວໃດກໍຕາມ ໂຄງການດັ່ງກ່າວຄາດວ່າ ຈະເກີດຂຶ້ນໃນປີ 2023 ໂດຍໄດ້ຮັບການສະໜັບສະໜູນຈາກຄະນະກຳມະການພັດທະນາເສດຖະກິດແຫ່ງສິງກະໂປ.


ປັດຈຸບັນ ສິງກະໂປນຳໃຊ້ວັກແຊັງປ້ອງກັນໂຄວິດຂອງໄຟເຊີ/ໄບອອນເທັກ ແລະ ໂມເດີນາ ໂດຍແວັກແຊັງທັງສອງຊະນິດນີ້ ໃຊ້ເຕັກໂນໂລຊີດຽວກັນຄື mRNA ໝາຍເຖິງ messenger RNA ເຊິ່ງເປັນການຖອດລະຫັດຂອງຢີນ ເມື່ອສັກເຂົ້າຮ່າງກາຍຂອງມະນຸດແລ້ວ mRNA ຈະກະຕຸ້ນໃຫ້ຮ່າງກາຍສ້າງໜາມໂປຣຕີນໃກ້ຄຽງກັບເຊື້ອໄວຣັສໂຄໂຣນາ ແລ້ວຮ່າງກາຍຈະຜະລິດແອນຕີບໍດີ ກຳຈັດໜາມໂປຣຕີນດັ່ງກ່າວອອກໄປ ແລະ ເມື່ອໃດຮ່າງກາຍໄດ້ຮັບເຊື້ອໄວຣັສໂຄໂຣນາ ລະບົບພູມຄຸ້ມກັນທີ່ຜ່ານການກະຕຸ້ນດ້ວຍວັກແຊັງມາແລ້ວ ຈະສາມາດຈັດການກັບເຊື້ອໄວຣັສໄດ້ເອງ.