ອົງການອະນາໄມໂລກ ປະກາດ ໂຄວິດສາຍພັນອິນເດຍ ເປັນສາຍພັນໜ້າກັງວົນ

520

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 11 ພຶດສະພາ 2021 ວ່າ ທ່ານ ດຣ. ນາງ ມາເຣຍ ຟານເຄີກໂຮຟ ຫົວໜ້າໜ່ວຍງານໂຣກອຸບາດໃໝ່ຂອງອົງການອະນາໄມໂລກ (WHO) ຖະແຫຼງວ່າ: ເຊື້ອໄວຣັສໂຄໂຣນາ ຫຼື ໂຄວິດ-19 ສາຍພັນ B1617 ເຊິ່ງມີການກາຍພັນຊ້ຳຊ້ອນໃນຕຳແໜ່ງສຳຄັນຂອງໜາມໂປຣຕີນ ທີ່ເຊື້ອໄວຣັສໃຊ້ເກາະກັບເຊລໃນຮ່າງກາຍຂອງມະນຸດຈັດເປັນສາຍພັນທີ່ໜ້າກັງວົນ ຫຼື ໜ້າເປັນຫ່ວງ.


ທັງນີ້ ສາຍພັນ B1617 ນັບເປັນເຊື້ອໄວຣັສກາຍພັນລາຍການທີ 4 ເຊິ່ງ WHO ໄດ້ຈັດເຂົ້າກຸ່ມຕໍ່ຈາກສາຍພັນ B117 ທີ່ກວດພົບຄັ້ງທຳອິດໃນສະຫະຣາຊະອານາຈັກ, B11281 ຫຼື P1 ກວດພົບຄັ້ງທຳອິດໃນບຣາຊິນ ແລະ B1351 ກວດພົບຄັ້ງທຳອິດໃນອາຟຣິກກາໃຕ້.


ທ່ານ ດຣ.ນາງ ມາເຣຍ ຟານເຄີກໂຮຟ ກ່າວວ່າ: ສາຍພັນ B1617 ເປັນສາຍພັນທີ່ໜ້າວິຕົກກັງວົນໃນລະດັບໂລກ ໂດຍຜົນການສຶກສາຄົ້ນຄວ້າຂອງສະຖາບັນວິໄຈຫຼາຍແຫ່ງ ພົບວ່າ ເຊື້ອດັ່ງກ່າວ “ມີອັດຕາການແຜ່ກະຈາຍງ່າຍ ແລະ ໄວຂຶ້ນ”.

ແນວໃດກໍຕາມ WHO ມີຄວາມເຫັນວ່າ ຍັງບໍ່ຄວນດ່ວນສະຫຼຸບວ່າ ເຊື້ອໄວຣັສ ທັງ 4 ສາຍພັນດັ່ງກ່າວຈະສົ່ງຜົນກະທົບຕໍ່ການເຮັດໜ້າທີ່ຂອງແອນຕີບໍດີໃນຮ່າງກາຍຂອງມະນຸດ ແລະ ວັກແຊັງທີ່ນຳໃຊ້ໃນປັດຈຸບັນມີປະສິດທິພາບພຽງພໍໃນການຫຼຸດອັດຕາການຕິດເຊື້ອ ແລະ ຫຼຸດອັດຕາການເສຍຊີວິດຂອງຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້.