ຄະນະແພດຊ່ຽວຊານຈາກສປຈີນ ເດີນທາງເຖິງແຂວງຫຼວງນ້ຳທາ

358

ວັນທີ 12 ພຶດສະພາ 2021 ຢູ່ຫ້ອງວ່າການແຂວງຫຼວງນ້ຳທາ ໄດ້ຕ້ອນຮັບຄະນະຊ່ຽວຊານຈາກ ສປຈີນ ໂດຍທ່ານ ຄຳຟອງ ອິນມະນີ ຮອງເລຂາພັກແຂວງ ຫົວໜ້າ ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະ ບາດພະຍາດໂຄວິດ-19 ຂັ້ນແຂວງ ພ້ອມດ້ວຍຄະນະ ແລະ ຄະນະທິມງານຊ່ຽວຊານ ນຳໂດຍທ່ານ ນາງ ເກິນເຈຍເວີຍ ຫົວໜ້າຄະນະທິມງານແພດຊ່ຽວຊານສປຈີນ.

ທ່ານ ນາງ ເກິນເຈຍເວີຍ ຫົວໜ້າຄະນະທິມງານຊ່ຽວຊານສປຈີນລາຍງານຈຸດປະສົງຂອງການລົງເຮັດວຽກໃນຄັ້ງນີ້ ໂດຍມີສອງທິມຄືື: ທີມງານຊ່ຽວປິ່ນປົວ ແລະ ທີມຊ່ຽວຄວບຄຸ້ມພະຍາດຕິດຕໍ່ ເພື່ອເຮັດວຽກນຳໂຮງແຂວງ ຢູ່ຫ້ອງສຸກເສີນ ແລະ ຫ້ອງໄອຊີຢູ,ກະກຽມຝຶກອົບຮົມ 10 ບົດ ກຽມຮັບມືກ່ຽວກັບການລະບາດຂອງພະຍາດໂຄວິດ 19 ,ວຽກງານຄຸ້ມຄອງທ່ານ ໝໍ,ຄຸ້ມຄອງໂຮງໝໍ ແລະ ການດູແລຄົນເຈັບ.

ທ່ານ ດຣ ແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກ ໄດ້ລາຍງານການຈັດຕັ້ງປະຕິບັດການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ- 19 ເຊິງໄລຍະຜ່ານມາໄດ້ມີຜູ້ຕິດເຊື້ອສະສົມ 8 ຄົນ ປິ່ນປົວດີ 1 ຄົນ , 7 ຄົນຍັງປິນປົວ(6 ຄົນເອົາປິນປົວຢູູ່ໂຮງໝໍທະຫານ ແລະ 1 ຄົນປິນປົວຢູ່ໂຮງໝໍແຂວງ) ໃນນີ້ເປັນຄົນຈີນ 2 ຄົນ ນອກນັ້ນເປັນຄົນຕ່າງແຂວງ 6 ຄົນ.

ທ່ານຍັງໄດ້ລາຍງານການປ້ອງກັນ ແລະຄວບຄຸ້ມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ລາຍງານມາດຕະການຂອງການເຝົ້າລະວັງຕື່ມອີກ.

ຂ່າວ:ກິ່ນນາລົມ ແອ່ນຖ່າຍໄທ