ແຂວງ ໄຊຍະບູລີ ມີຜູ້ມາຮັບບໍລິການສັກວັກຊີນຫຼາຍກວ່າ30ພົນຄົນ

341

ທ່ານ ດຣ ແກ່ນ ດວງດີ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງ ໄຊຍະບູລີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍຂອງວັນທີ 11 ພຶດສະພາ ປີນີ້ວ່າ: ມາຮອດວັນທີ 10 ພຶດສະພາ 2021 ທົ່ວແຂວງ ໄຊຍະບູລີ ມີຜູ້ຕິດເຊື້ອສະສົມທັງໝົດ 3 ຄົນ, ຍິງ 1 ຄົນ, ຊິ່ງທັງ 3 ຄົນນັ້ນແມ່ນໄດ້ນອນປິ່ນປົວຢູ່ໂຮງໝໍແຂວງ ແລະ ມີສຸຂະພາບຮ່າງກາຍແຂງແຮງດີ, ບໍ່ມີໄຂ້, ບໍ່ມີໄອ

ສໍາລັບຜູ້ສໍາພັດໄກ້ສິດກັບຜູ້ຕິດເຊື້ອ ມີທັງໜົດ 11 ຄົນ, ແຕ່ລະຄົນແມ່ນໄດ້ເກັບຂໍ້ມູນ ແລະ ໄດ້ສືບສວນ-ສອບສວນ ການເຄື່ອນໄຫວລະອຽດ ແລະ ໄດ້ເກັບຕົວຢ່າງໄປກວດ, ຜົນກວດຢັ້ງຢືນຄັ້ງທີ 2 ແມ່ນເປັນລົບທັງໝົດ, ໄດ້ແຍກປ່ຽວ, ຈໍາກັດບໍລິເວນຄົບ 14 ວັນ, ໃນນີ້ມີ ນາງ ພູມໃຈ (ນາງ ຈອກ), ທ້າວ ມອນສະຫັວນ, ທ້າວແປງ ຢູ່ບ້ານ ທ່ານາ ເມືອງໄຊຍະບູລີ ແລະ ນາງ ໄມພອນ ວິໄລສັກ ຢູ່ບ້ານ ໄຊຍະມຸງຄຸນ ເມືອງ ປາກລາຍ ແລະ ຜູ້ອື່ນໆ ຈະໄດ້ສືບຕໍ່ຈໍາກັດບໍລິເວນຢູ່ເຮືອນຂອງຕົນເອງ ຕື່ມ 7 ວັນ ນັບແຕ່ມື້ນີ້ ເປັນຕົ້ນໄປ ລວມທັງໝົດ ເປັນ 21 ວັນ ຫຼັງຈາກນັ້ນ ຖ້າບໍ່ມີອາການຜິດປົກກະຕິຫຍັງ ເຊັ່ນ: ບໍ່ເປັນໄຂ້, ໄອ, ເຈັບຄໍ ຈື່ງອານຸຍາດໃຫ້ອອກໄປສູ່ສັງຄົມທົ່ວໄປໄດ້ ແຕ່ຕ້ອງໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ ເຊັ່ນ: ໃສ່ຜ້າອັດປາກດັງ, ຮັກສາໄລຍະຫ່າງ, ບໍ່ໃຫ້ໄປເຂດຊຸມຊົນແອອັດ, ໝັ່ນລ້າງມືດ້ວຍສະບູ ຫຼື ດ້ວຍຈຽວ ແລະ ອື່ນໆ.

ວຽກງານສັກຢາວັກຊິນ ແຂວງ ໄຊຍະບູລີ ແມ່ນໄດ້ຮັບວັກຊີນທັງໝົດ 52.860 ໂດສ໌ໃນນີ້ຊີໂນຟາມ ຈຳນວນ 44.860 ໂດສ໌ ແລະ ແອັດສະຕາເຊເນກາ ຈຳນວນ 8.000 ໂດສ໌, ມີຜູ້ມາຮັບບໍລິການສັກວັກຊີນທັງໝົດ 30.484 ຄົນ(ຄົນລາວ 29.259 ຄົນ, ຄົນຕ່າງປະເທດ 150 ຄົນ) ເທົ່າກັບ 58 % ຂອງຈໍານວນກຸ່ມເປົ້າໝາຍ ແລະ ເທົ່າກັບ 7,37 % ຂອງປະຊາກອນແຂວງ ໄຊຍະບູລີ,

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ