ອົດສະຕາລີ ຈະຊ່ວຍວິຊາການພ້ອມມອບວັກຊິນປ້ອງກັນໂຄວິດ-19ໃຫ້ລາວ 1 ລ້ານໂດສ

495

ນ້ຳໃຈຈາກປະເພດເພື່ອນມິດຍັງລັ່ງໄຫຼມາຊ່ວຍ ສປປ ລາວຕ້ານກັບພະຍາດອັກເສບປອດໂຄວິດ-19 ພາຍຫຼັງຮູ້ຂ່າວວ່າໃນໄລຍະ 1 ເດືອນກວ່າມານີ້ປະເທດເຮົາມີຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງການສ້າງພູມຄຸ້ມກັນແກ່ປະຊາຊົນແມ່ນມີຄວາມຈຳເປັນ ເພື່ອປ້ອງກັນບໍ່ໃຫ້ມີການລະບາດຮຸນແຮງໃນວັນຂ້າງໜ້າ.

ຫຼ້າສຸດໃນວັນທີ 12 ພຶດສະພາ 2021, ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບ ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດພິທີປະກາດການຊ່ວຍເຫຼືອຢາວັກແຊັງ ແລະ ການຊ່ວຍເຫຼືອດ້ານວິຊາການຕ່າງໆ, ມູນຄ່າ 15,2 ລ້ານໂດລາອົດສະຕຣາລີ ຈາກ ລັດຖະບານ ອົດສະຕຣາລີ ຢ່າງເປັນທາງການ ກໍຄື ການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ.


ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະເວລາ 69 ປີ ທີ່ຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ເປັນຕົ້ນ ການຊ່ວຍເຫຼືອເພື່ອການພັດທະນາ (ODA), ການພັດທະນາຊັບພະຍາກອນມະນຸດ, ກະສິກຳ, UXO, ການຄ້າ-ການລົງທຶນ ແລະ ອື່ນໆ. ພິເສດ, ໃນປີ 2022 ສປປ ລາວ ແລະ ອົດສະຕຣາລີ ຈະຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ແລະ ຫວັງວ່າ ສອງຝ່າຍ ຈະຮ່ວມກັນສະເຫຼີມສະຫຼອງວັນສຳຄັນດັ່ງກ່າວຢ່າງມີບັນຍາກາດ ແລະ ມີຄວາມໝາຍ.


ດ້ານທ່ານ ໂພລ ແຄລີ ໄດ້ກ່າວວ່າ ອົດສະຕຣາລີ ມີຄວາມຍິນດີທີ່ໄດ້ໃຫ້ຊ່ວຍເຫຼືອຢາວັກແຊັງໃຫ້ແກ່ ປະຊາຊົນລາວ, ຊຶ່ງເປັນບຸລິມະສິດທີ່ສໍາຄັນ ແລະ ຮີບດ່ວນຂອງ ລັດຖະບານ ອົດສະຕຣາລີ. ການຊ່ວຍເຫຼືອຄັ້ງນີ້ ຈະສະໜອງຢາວັກແຊັງ ຈໍານວນ 1 ລ້ານ ໂດສ, ການຝຶກອົບຮົມໃຫ້ແກ່ແພດໝໍ ໃນວຽກງານການບໍລິຫານການສັກວັກແຊັງທີ່ປອດໄພ ແລະ ການຊ່ວຍເຫຼືອດ້ານວິຊາການຈາກ ສະຖາບັນການຄຸ້ມຄອງດ້ານສຸຂະພາບທີ່ມີຊື່ສຽງຂອງ ອົດສະຕຣາລີ. ການປະກອບສ່ວນໃນຄັ້ງນີ້ຈະຊ່ວຍໃຫ້ ລັດຖະບານລາວ ສາມາດເພີ່ມອັດຕາສ່ວນຂອງພົນລະເມືອງລາວ ທີ່ຈະໄດ້ຮັບການສັກວັກແຊັງປ້ອງກັນຫຼາຍຂື້ນກວ່າເກົ່າ ພ້ອມທັງຈະໃຫ້ການສະໜັບສະໜູນຄວາມປອດໄພດ້ານສຸຂະພາບໃຫ້ແກ່ ສປປ ລາວ ໃນໄລຍະຍາວ.


ການຊ່ວຍເຫຼືອຢາວັກແຊັງຂອງ ອົດສະຕຣາລີ ໃນຄັ້ງນີ້ ແມ່ນການຊ່ວຍເຫຼືອເພີ່ມຈາກເບື້ອງຕົ້ນ ຈໍານວນ 4,8 ລ້ານໂດລາອົດສະຕຣາລີ ເພື່ອນໍາໃຊ້ເຂົ້າໃນວຽກງານແກ້ໄຂຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກຳລັງຈັດຕັ້ງປະຕິບັດຢູ່ປັດຈຸບັນ. ນອກຈາກນີ້, ລັດຖະບານ ອົດສະຕຣາລີ ຍັງໄດ້ປະກອບສ່ວນທຶນຈຳນວນຫຼາຍເຂົ້າໃນ ໂຄງການ ໂຄແວັກສ (COVAX), ເຊິ່ງຈະຊ່ວຍເພີ່ມຈໍານວນການສັກຢາວັກແຊັງໃຫ້ແກ່ປະຊາຊົນລາວໃຫ້ກວມກວ່າ 20% ໂດຍບໍ່ເສຍຄ່າໃຊ້ຈ່າຍ.