ແຂວງບໍ່ແກ້ວ ເຂັ້ມງວດລາດຕະເວນທາງນໍ້າ

492

ບໍ່ແກ້ວຍັງເປັນແຂວງທີ່ມີການຕິດເຊື້ອຫຼາຍຫຼາຍໃນຫຼາຍວັນຜ່ານມາ ເຊິ່ງໜຶ່ງຊ່ອງທາງການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນຄົນລັກລອບເຂົ້າມາຈາກພື້ນທີ່ສ່ຽງ ດັ່ງນັ້ນ, ເພື່ອປ້ອງກັນບໍ່ໃຫ້ມີຜູ້ລັກລອບຕາມເຂດແດນຂ້າມລອຍ ເຈົ້າໜ້າທີ່ໃນກຳລັງປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບໄດ້ເຮັດໜ້າທີ່ກວດກາລາດຕະເວນຢ່າງເຄັ່ງຄັດໃນທຸກໆວັນ.

ໃນອາທິດແລ້ວນີ້, ສະຫາຍ ພັນໂທ ເນັ່ງສີດາ ເບຼຍລືມົວ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການບັນຊາການທະຫານແຂວງບໍ່ແກ້ວ ແລະ ສະຫາຍ ພັນໂທ ອິນວົງ ວັນນະຈອມຈັນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການ ປກສ ແຂວງ ພ້ອມທີມງານ ໄດ້ສືບຕໍ່ປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນ ພະຍາດລະບາດໂຄວິດ-19 ຢ່າງເຂັ້ມງວດ ໃນການປ້ອງກັນເວນຍາມລາດຕະເວນຕາມຂອບເຂດຊາຍແດນ ລາວ-ໄທ, ແຕ່ຈຸດບ້ານປາກງາວ-ບ້ານຫ້ວຍທຸຍ.


ເພື່ອປະຕິບັດຕາມມາດຕະການຕ່າງໆທີ່ຂັ້ນເທິງວາງອອກ ເວົ້າສະເພາະ ການເພີ່ມທະວີກໍາລັງເຂົ້າໃນວຽກງານປ້ອງກັນເວນຍາມຂອບເຂດຊາຍແດນ ໂດຍໄດ້ຈັດຕັ້ງກຳລັງອ້າຍນ້ອງລາດຕະເວນທັງເວັນທັງຄືນທາງບົກແລະ ທາງນ້ຳຕະຫລອດ 24 ຊົ່ວໂມງ.ໃນແຕ່ລະຈຸດຮັບ ຜິດ ຊອບຂອງເມືອງຫ້ວຍຊາຍ ເຊິ່ງເປັນເຂດຊາຍແດນຕິດຈອດກັບ ຣາຊາອານາຈັກໄທ ໂດຍໃນໄລຍະຜ່ານມາເຂດດັ່ງກ່າວກໍຍັງມີບຸກຄົນຈຳນວນໜຶ່ງທີ່ຝ່າຝືນມາດຕະການທີ່ຂັ້ນເທິງວາງອອກ ໂດຍສະເພາະ ແມ່ນບັນຫາປະກົດການຫຍໍ້ທາງສັງຄົມເປັນຕົ້ນແມ່ນ ການຄ້າຂາຍເຖື່ອນ ຄ້າຢາເສບຕິດ ແລະ ການລັກລອບເຂົ້າເມືອງແບບຜິດກົດໝາຍ.

ພ້ອມນັ້ນ ສອງກຳລັງ (ທະຫານ-ຕຳຫຼວດ) ຍັງໄດ້ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດຕໍ່ບຸກຄົນທີ່ກະທຳຜິດ ເຖິງຢ່າງໃດກໍຕາມພວກເຮົາກໍຈະສຸມທຸກກຳລັງເຂົ້າໃນວຽກງານດັ່ງກ່າວ ເພື່ອເຮັດໃຫ້ສະພາບພາຍໃນຂອບເຂດຮັບຜິດ ຊອບຂອງຕົນເອງໃຫ້ມີຄວາມສະຫງົບໂດຍພື້ນຖານ ເພື່ອແນໃສ່ ສະກັດກັ້ນ ແລະ ຕອບຕ້ານ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ພາຍໃນແຂວງໃຫ້ຫຼຸດລົງເປັນກ້າວໆ.

ໂດຍ: ວໍລະສິດ ພິດສະຫາຍ.