ແຂວງດຽນບຽນ ມອບອຸປະກອນການແພດໃຫ້ 6 ແຂວງພາກເໜືອຂອງລາວ

375

ໃນທຸກໆມື້ພວກເຮົາຕິດຕາມຂ່າວທຸກປະເທດມີຕົວເລກຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນບໍ່ມີຢຸດ ໃນນັ້ນລວມທັງປະເທດເພື່ອນມິດຍຸດທະສາດຢ່າງ ສປ ຈີນ ແລະ ສສ ຫວຽດນາມ ແຕ່ເພິ່ນຍັງມີຄວາມເຫັນຫ່ວງ ເຫັນໃຈ ແລະບິແບ່ງວັດຖຸອຸປະກອນ ລວມເຖິງບຸກຄະລາກອນການແພດມາຊ່ວຍ ສປປ ລາວເຮົາ ນີ້ເປັນສາຍພົວພັນແບບພິເສດທີ່ຫາແນວປຽບບໍ່ໄດ້ ຫຼ້າສຸດ ແຂວງດຽນບຽນຂອງ ສສ ຫວຽດນາມໄດ້ນຳອຸປະກອນການແພດມາຊ່ວຍ 6 ແຂວງພາກເໜືອຂອງລາວຕື່ມອີກ.

ພິທີ ມອບ-ຮັບ ອຸປະກອນການແພດຈາກ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ໃຫ້ 6 ແຂວງພາກເໜືອ ຂອງ ສປປ ລາວ ເພື່ອຊ່ວຍເຫຼືອເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໃນນີ້ມີ: ແຂວງອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງບໍ່ແກ້ວ ພິທີມອບໄດ້ຈັດຂື້ນໃນວັນທີ່ 11 ພຶດສະພານີ້ ທີ່ຫຼັກໝາຍຊາຍແດນ 113 ລະຫວ່າງກາງ ດ່ານສາກົນເຕີຍຈ່າງ – ປາງຮົກ ເມືອງໃໝ່ ແຂວງຜົ້ງສາລີ. ຕາງໜ້າຝ່າຍ ແຂວງດຽນບຽນ ສສ ຫວຽດນາມ ນຳໂດຍ ສະຫາຍ ຝາມຢາງນາມ ກຳມະການພັກແຂວງ ຫົວໜ້າພະແນກສາທາແຂວງດຽນບຽນ ພ້ອມຄະນະ ແລະ ຕາງໜ້າ 6 ແຂວງພາກເໜືອລາວ ມີ ຫົວໜ້າ-ຮອງຫົວໜ້າ ພະແນກສາທາລະນະສຸກ, ພະແນການຕ່າງພະເທດ ພ້ອມຄະນະ.

ພິທີ ສະຫາຍ ຝາມຢາງນາມ ກຳມະການພັກແຂວງ ຫົວໜ້າພະແນກສາທາແຂວງດຽນບຽນ ໄດ້ກ່າວຈຸດປະສົງ ແລະ ຄວາມຕັ້ງໃຈຂອງພັກ ລັດຖະບານ ສສ ຫວຽດນາມ ເວົ້າລວມ ເວົ້າສະເພາະ ກໍ່ຄື ການນຳ ແລະ ປະຊາຊົນແຂວງດຽນບຽນ ທີ່ເຫັນໄດ້ຄວາມສຳຄັນສາຍສຳພັນ ລະຫວ່າງ ສອງປະເທດ ທີ່ມີສາຍພົວພັນອັນສະໜິດແໜ້ນ ຊ່ວຍເຫຼືອເຊີ່ງກັນແລະກັນ ໃນຍາມທຸກຍາກໄລຍະການລະບາດຂອງພະຍາດໂຄວິດ-19.
ອຸປະກອນທີ່ແຂວງດຽນບຽນ ສສ ຫວຽດນາມ ນຳມາມອບໃຫ້ 6 ແຂວງພາກເໜືອ ລວມມີ: ຜ້າອັດ ປາກ – ດັງ ຈໍານວນ 32 ພັນອັນ, ຊຸດແພດປ້ອງກັນ ແລະ ຄວບຄຸມພະຍາດລະບາດ ຈໍານວນ 300 ຊຸດ, ນ້ຳຢາລ້າງມືຂ້າເຊື້ອ ຈຳນວນ 200 ຂວດ ລວມມູນຄ່າທັງໝົດເກືອບ 6 ຮ້ອຍລ້ານດົ້ງ ອຸປະກອນການແພດຈຳນວນດັ່ງກ່າວ ໄດ້ແບ່ງໃຫ້ 6 ແຂວງເທົ່າທຽມກັນ 1 ແຂວງປະມານ 99 ລ້ານ 6 ແສນດົ້ງ.


ໂອກາດດັ່ງກ່າວ ຕາງໜ້າຝ່າຍລາວ ກໍ່ໄດ້ກ່າວຂອບໃຈ ຕໍ່ກັບນ້ຳໃຈທີ່ການນຳ ກໍ່ຄື ປະຊາຊົນແຂວງດຽນ ບ່ຽນ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ອຸປະກອນການແພດ ໃຫ້ແກ່ບັນດາແຂວງພາກເໜືອຂອງລາວ ເຊີ່ງມັນໄດ້ສະແດງເຖີງສາຍພົວພັນອັນພິເສດ ມິດຕະພາບອັນດີງາມທີ່ມອບໃຫ້ແກ່ກັນ ບັນດາອຸປະກອນຈຳນວນດັ່ງກ່າວ 6ແຂວງພາກເໜືອລາວ ຈະເອົາໄປນຳໃຊ້ເຂົ້າໃນວຽກວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໃຫ້ເກີດຜົນປະໂຫຍດສູງສຸດ.

ກວດແກ້ໂດຍ: ອ່ຽງຄຳ ວິລະສັກ