ລາຄານ້ຳມັນປັບຂຶ້ນອີກ ເຮົາປະເທດນຳເຂົ້ານຳຕ້ອງທຳໃຈ

495

ມື້ນີ້ລາຄານ້ຳມັນມີການເໜັງຕີງອີກຮອບ ຈະສິ້ນເປືອງເງິນໃນຖົງໄປອີກ 223 ກີບ ສຳລັບຜູ້ທີ່ມີພາຫະນະທີ່ນຳໃຊ້ນ້ຳມັນແອັດຊັງພິເສດ ເນື່ອງຈາກການປ່ຽນແປງຂອງລາຄາໃນຕະຫຼາດໂລກ ເຊິ່ງປະເທດເຮົານຳເຂົ້າຢ່່າງດຽວຈຳເປັນຕ້ອງທຳໃຈເມື່ອສິນຄ້າປັບຂຶ້ນລາຄາ.

ອີງຕາມແຈ້ງການຂອງ ກະຊວງອຸດສະຫະກຳ ແລະ ການຄ້າ ສະບັບເລກທີ​ 0354/ອຄ.ກຄພນ ລົງວັນທີ 12ພຶດສະພາ2021​  ການປັບລາຄານ້ຳມັນຄັ້ງນີ້ແມ່ນ ຍັງຮັກສາລາຄາຂາຍຍ່ອຍ ນ້ຳມັນແອັດຊັງທຳມະດາ ແລະ ນ້ຳມັນກະຊວນ. ສ່ວນນ້ຳມັນແອັດຊັງພິເສດແມ່ນປັບຂີ້້ນ 223 ກີບຕໍ່ລິດ ເລີ່ມປະຕິບັດ ວັນທີ​ 13 ພຶດສະພາ2021​ ເວລາ​ 06​ ໂມງເຊົ້າເປັນຕົ້ນໄປ.​

ແນວໃດກໍ່ຕາມຂໍ້ດີຂອງຫຼາຍຄົນໃນຕອນນີ້ຄືຍັງຢູ່ໄລຍະລັອກດາວ ແລະ ການປັບຂຶ້ນລາຄານ້ຳມັນກໍ່ບໍ່ກວມເອົານ້ຳມັນກາຊວນ ແລະແອັດຊັງທຳມະດາທີ່ຄົນສ່ວນໃຫຍ່ຊົມໃຊ້ ໂດຍສະເພາະຊາວໄຮ່ຊາວສວນ ແລະຜູ້ມີລາຍໄດ້ຕ່ຳ.