ບາເຊໂລນາ ອາດບໍ່ໃຊ້ ຄູມັນ ຄຸມທີມຕໍ່ລະດູການໜ້າ ຫຼັງໂອກາດຄວ້າແຊັມລາລີກາ ຮິບຮີ່ລົງອີກແລ້ວ

530

ປະທານບໍລິຫານ ສະໂມສອນ ບາເຊໂລນາ ອາດປົດ ໂຣນັລ ຄູມັນ ອອກຈາກຕໍາແໜ່ງຜູ້ຈັດການທີມ ຫຼັງເລີ່ມບໍ່ພໍໃຈຜົນງານຂອງທີມ ຫຼັງນັດຫຼ້າສຸດເຮັດໄດ້ພຽງສະເໝີກັບ ເລວານເຕ້ 1-1 ເມື່ອວັນທີ 11 ພຶດສະພາ 2021 ເຮັດໃຫ້ໂອກາດລຸ້ນແຊັມລາລີກາ ແອັດສະປາຍ ຮິບຮີ່ລົງໄປເລື້ອຍໆ ໂດຍກຽມວັດຜົນງານທີ່ການຄວ້າແຊັມເທົ່ານັ້ນ ຕາມການລາຍການຂອງ ອີເອັສພີເອັນ ສື່ຊັ້ນນໍາໃນຕ່າງປະເທດ.

ມີລາຍງານອີກວ່າ: ຊາບີ ເອນານເດຊ ອະດີດກອງກາງຂອງທີມ ເປັນຕົວເຕັງທີ່ຈະເຂົ້າມາຮັບໜ້າທີ່ເປັນຜູ້ຈັດການທີມຄົນໃໝ່ຂອງ ບາເຊໂລນາ ຖ້າຫາກ ຄູມັນ ຖືກປົດອອກຈາກຕໍາແໜ່ງ.

ສໍາລັບ ບາເຊໂລນາ ປັດຈຸບັນມີ 76 ຄະແນນຢູ່ອັນດັບ 2 ຂອງຕາຕະລາງຖືວ່າໂອກາດລຸ້ນແຊັມລາລີກາ ໜ້ອຍລົງໄປແລ້ວເພາະແຂ່ງຂັນຫຼາຍກວ່າ 1 ນັດເຊິ່ງມີ ທີມນໍາຢ່າງ ແອັດເລຕິໂກ ມາດຣິດ ທີ່ມີ 77 ຄົນ ແລະ ທີມອັນດັບ 3 ຣີລ ມາດຣິດ ມີ 75 ຄະແນນແຂ່ງໜ້ອຍກວ່າ 1 ນັດ ທັງທີ່ບາເຊໂລນາ ເຫຼືອການແຂ່ງຂັນພຽງ 2 ນັດ.