ເວທີ Miss Teen Laos 2021  ເປີດຮັບສະຫມັກແລ້ວສຳລັບສາວໆໄວໃສ ທີ່ມີຄວາມຝັນຢາກເປັນນາງງາມ

934

ສາວໆພ້ອມກັນແລ້ວ ຫລື ຍັງ? ທີ່ຈະເປັນຫນຶ່ງໃນສາວງາມໄວໃສ ທີ່ຄອບຄອງມຸງກຸດ ໃນຖານະ Miss Teen Laos 2021 ເຊິ່ງໂອກາດກໍມາເຖິງແລ້ວ ສໍາລັບໃຜທີ່ສົນໃຈ ທີ່ຈະເປັນດາວດວງໃໝ່.

ໂດຍສະເພາະສາວໆຜູ້ທີ່ມີເງື່ອນໄຂດັ່ງນີ້:

  • ມີອາຍຸລະຫວ່າງ 14-19 ປິ.
  • ຄວາມສູງ 160 ຊມ ຂຶ້ນໄປ.
  • ກ້າຫານໃນການສະແດງອອກໃນດ້ານທີ່ສ້າງສັນ.
  • ມີແຮງຈູງໃຈໃນການສຶກສາຮຽນຮູ້, ການກິລາ ແລະ ສຸຂະພາບແຂງແຮງ.
  • ອະນຸຮັກ, ຮັກສາ ແລະ ສົ່ງເສີມວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງລາວ.
  • ມີຄວາມກະຕືລືລົ້ນ ພ້ອມທີ່ຈະເຄື່ອນໄຫວກິດຈະກຳນອກຫຼັກສູດ.
  • ມີບົດບາດຊັດເຈນໃນການຫຼີກເວັ້ນ ແລະ ຕໍ່ຕ້ານສິ່ງເສບຕິດ.
  • ພ້ອມປະຕິຍານຕົນເພື່ອຕໍ່ຕ້ານຄວາມຮຸນແຮງຕໍ່ເດັກນ້ອຍ ແລະ ແມ່ຍິງ.

ສຳລັບເວທີ Miss Teen Laos ເປີດຮັບສະຫມັກຕັ້ງແຕ່ມື້ນີ້ ຈົນເຖິງ ວັນທີ 13 ມິຖຸນາ ຖ້ານ້ອງໆສົນໃຈ ກໍກຽມຕົວໃຫ້ພ້ອມ ເພື່ອເດີນຕາມຄວາມຝັນຂອງຕົນເອງເປັນດາວດວງໃຫມ່ຂອງເວທີມິສທີນລາວ 2021 ນີ້.

ຂໍ້ມູນ: Facebook : Miss Teen Laos ມີສທີນລາວ