ແມນຊິຕີ້ ໄດ້ແຊັມພຣີເມຍລີກເປັນທີ່ແນ່ນອນແລ້ວ ຂະນະທີ່ ກວາດິໂອລາ ຍອມຮັບປີນີ້ການລຸ້ນແຊັມເປັນງານໜັກສຸດ

504

ຈາກຜົນທີ່ ແມນເຊັສເຕີ ຢູໄນເຕັດ ທີມອັນດັບ 2 ຂອງຕາຕະລາງຄະແນນລວມເປີດບ້ານເສຍໃຫ້ກັບ ເລັສເຕີ ຊິຕີ້ ເມື່ອວັນທີ 11 ພຶດສະພາ 2021 ເຮັດໃຫ້ ແມນເຊັສເຕີ ຊິຕີ້ ທີມນໍາມີຄະແນນນໍາຫ່າງ 10 ຄະແນນທັງທີ່ເຫຼືອການແຂ່ງຂັນ 3 ນັດເຮັດໃຫ້ ແມນເຊັສເຕີ ຊິຕີ້ ຄວ້າແຊັມໄປຄອງເປັນທີ່ແນ່ນແລ້ວ.

ຫຼັງຮູ້ວ່າໄດ້ແຊັມ ເປບ ກວາດິໂອລາ ຜູ້ຈັດການທີມຂອງ ແມນເຊັສເຕີ ຊິຕີ້ ເປີດໃຈວ່າ: “ ນີ້ເປັນລະດູການທີ່ເປັນແຊັມບໍ່ເໝືອນກັບປີອື່ນໆ, ນີ້ເປັນງານຍາກທີ່ສຸດ ເຊິ່ງພວກເຮົາຈະຈືີ່ຈໍາໄປຕະຫຼອດວ່າລະດູການນີ້ພວກເຮົາຄວ້າແຊັມໄດ້ແບບໃດ, ຂ້ອຍພູມໃຈຫຼາຍທີ່ເປັນຜູ້ຈັດການທີມທີ່ນີ້ ແລະ ໄດ້ເຮັດວຽກຮ່ວມກັບນັກເຕະຊຸດນີ້ ”.

ສໍາລັບ ການຄວ້າແຊັມຄັ້ງນີ້ເປັນແຊັມລາຍການທີ 10 ໃນຮອບ 5 ປີຂອງ ເປບ ກວາດິໂອລາ ນັບຕັ້ງແຕ່ມາຮັບໜ້າທີ່ເປັນຜູ້ຈັດການທີມຂອງ ແມນເຊັສເຕີ ຊິຕີ້ ລະດູການ 2016-2017 ປະກອບດ້ວຍ ພຣີເມຍລີກ 3 ສະໄໝ, ເອັຟເອ ຄັບ 1 ສະໄໝ, ລີກ ຄັບ 4 ສະໄໝ ແລະ ຄອມມິວນິຕີ ຊິລ 2 ສະໄໝ.