ຖົ່ວລຽນ ກັບຄວາມເຊື່ອຜິດໆຕໍ່ສຸຂະພາບ

919

ຖົ່ວລຽນເປັນຫນຶ່ງໃນຫມາກໄມ້ ເປັນທີ່ນິຍົມຂອງຄົນລາວ ແລະ ຕ່າງປະເທດມາແຕ່ດົນນານ ເຖິງຂຶ້ນຊື່ວ່າເປັນຫມາກໄມ້ນໍ້າຕານສູງທີ່ມີການຢໍ້າເຕືອນວ່າ ກິນຫລາຍແລ້ວຈະຕຸ້ຍ ແລະ ຄວາມເຊື່ອກ່ຽວກັບຖົ່ວລຽນທີ່ບໍ່ເປັນຄວາມຈິງ ຄວາມເຊື່ອຜິດໆກ່ຽວກັບສຸຂະພາບ

ຖົ່ວລຽນເປັນຫມາກໄມ້ ທີ່ມີຄໍເລສຕໍຣອນສູງ ສ່ວນຄໍເລສຕໍຣອນ ທີ່ພົບຈາກອາຫານມາຈາກຊີ້ນ, ໄຂມັນສັດ, ເຄື່ອງໃນ, ອາຫານທະເລ ແລະ ອາຫານທີ່ມາຈາກນົມທັງຫລາຍ ດັ່ງທີ່ບອກວ່າ ຖົ່ວລຽນມີຄໍເລສຕໍຣອນສູງບໍ່ແມ່ນຄວາມຈິງ ຖົ່ວລຽນມີໄຂມັນອີ່ມຕົວ ແລະ ມີນໍ້າຕານສູງ ນໍ້າຕານເປັນສ່ວນປະກອບຫລັກຂອງຖົ່ວລຽນ

ນອກຈາກນີ້ຄໍເລສຕໍຣອນໃນເລືອດບໍ່ໄດ້ຂຶ້ນຢູ່ກັບປະລິມານອາຫານແຕ່ຢ່າງດຽວ ແຕ່ຂຶ້ນຢູ່ກັບພະລັງງານໂດຍລວມເມື່ອເຮົາຮັບພະລັງງານຫລາຍເກີນໄປຮ່າງກາຍກໍຈະສະສົມ ແລະ ສ້າງຄໍເລສຕໍຣອນໃຫ້ສູງຂຶ້ນໄດ້ເພາະວ່າຖົ່ວລຽນ 100 ກຣາມ ໃຫ້ພະລັງງານເຖິງ 100-120 ກິໂລແຄລໍຣີ່ ເຊິ່ງໂດຍປົກກະຕິຫມາກໄມ້ທົ່ວໄປຈະຢູ່ທີ່ 60-70 ກິໂລແຄລໍຣີ່ໃນປະລິມານທີ່ເທົ່າກັນ ດັ່ງນັ້ນຖ້າເຮົາກິນຖົ່ວລຽນຫລາຍເກີນໄປຈຶ່ງອາດເພີ່ມພະລັງງານໃຫ້ຮ່າງກາຍຫລາຍເກີນໄປເລີຍຕຸ້ຍງ່າຍນັ້ນເອງ.

ຂໍ້ຫ້າມກິນຖົ່ວລຽນກັບແອລກໍຮໍ ຂອງມຶນເມົາ: ການກິນຖົ່ວລຽນໃນຊ່ວງເວລາດຽວກັນກັບທີ່ດື່ມແອລກໍຮໍສົ່ງຜົນຕໍ່ຮ່າງກາຍແທ້ ແຕ່ບໍ່ອັນຕະລາຍເຖິງຊີວິດ ໂດຍຖົ່ວລຽນຈະໄປສົ່ງຜົນໃຫ້ເອນໄຊນ໌ໃນຮ່າງກາຍຫລຸດລົງ ແລະ ເນື່ອງຈາກເອນໄຊນ໌ມີຫນ້າທີ່ປ່ຽນສານແອລດີໄຮຣ໌ສານພິດທີ່ເກີດຈາກຂະບວນການເຜົາຜານແອລກໍຮໍໄປເປັນພະລັງງານໃຫ້ກາຍເປັນສານອື່ນແລ້ວກຳຈັດອອກຈາກຮ່າງກາຍໄປ ເມື່ອກຳຈັດໄດ້ຫນ້ອຍລົງຈຶ່ງເຮັດໃຫ້ສານແອລດີໄຮຣ໌ສະສົມພາຍໃນຮ່າງກາຍເກີດອາການຫນ້າແດງ, ຊາ, ວິນຫົວ ແລະ ປວດຮາກ ທ້ອງອືດ ອາຫານບໍ່ຍ່ອຍອີກດ້ວຍ

ແຕ່ວ່າຖົ່ວລຽນ ຈະຊ່ວຍໃນການຂັບຖ່າຍ ເປັນຢາລະບາຍອ່ອນໆ; ຖົ່ວລຽນມີສານຊະນິດໜຶ່ງສາມາດຂ້າເຊື້ອອ່ອນໆໄດ້ ຊ່ວຍໃນການຂັບຖ່າຍ ແລະ ຂ້າພະຍາດ ແລະ ຖົ່ວລຽນກໍເປັນຫມາກໄມ້ທີ່ມີກາກໃຍອາຫານຢູ່ ແຕ່ການກິນເພື່ອໃຫ້ໄດ້ປະໂຫຍດໃນການເປັນຢາລະບາຍອ່ອນໆ ຫລື ຊ່ວຍໃຫ້ລະບົບຂັບຖ່າຍດີຂຶ້ນນັ້ນໃນທາງການແພດແຜນປັດຈຸບັນໄດ້ມີການວິໄຈອອກມາຊັດເຈນກ່ຽວກັບເລື່ອງນີ້ ຫາກກິນຫມາກໄມ້ເພື່ອຊ່ວຍໃຫ້ລະບົບການຂັບຖ່າຍດີຂຶ້ນຄວນເລືອກຫມາກໄມ້ທີ່ມີກາກໃຍອາຫານສູງນໍ້າຕານຕຳ່ຕົວຢ່າງ: ຫມາກແອັບເປິ້ນ, ຫມາກສີດາ, ຫມາກຫຸ່ງສຸກ, ແຄນຕາລູບ ແລະ ຫມາກໂມ ເປັນຕົ້ນ.

ສ່ວນວ່າຈະກິນຖົ່ວລຽນແບບໃດໃຫ້ປອດໄພຕໍ່ຮ່າງກາຍໂດຍບໍ່ຕ້ອງຢ້ານເຖິງໂທດຂອງມັນ ພຽງແຕ່ຮັບປະທານໃນປະລິມານທີ່ເຫມາະສົມບໍ່ຫລາຍຈົນເກີນໄປ ຈື່ງ່າຍໆຄືຖົ່ວລຽນເປັນຫມາກໄມ້ທີ່ມີນໍ້າຕານສູງ ໃຫ້ພະລັງງານສູງ ຈຶ່ງຄວນຈຳກັດຈຳນວນການກິນໃຫ້ເຫມາະສົມບໍ່ກິນຫລາຍເກີນໄປໃນເທື່ອດຽວ ແຕ່ຖ້າໃຜທີ່ມີໂລກປະຈຳຕົວທີ່ກ່ຽວຂ້ອງກັບລະດັບນໍ້າຕານໃນເລືອດເຊັ່ນ: ເບົາຫວານ, ໂລກອ້ວນ ຄວນຫລຸດ ຫລື ປຶກສາຫມໍເຖິງປະລິມານທີ່ເຫມາະສົມກ່ອນຮັບປະທານ.

ຂໍ້ມູນຈາກ: sanook.com