ດີໃຈນຳຊາວບໍ່ແກ້ວ, ທີມແພດຊ່ຽວຊານຈີນເດີນທາງຮອດພຸ້ນແລ້ວ

1102

ພາຍຫຼັງທີ່ທີມແພດຊ່ຽວຊານຈີນໄດ້ອອກເດີນທາງໄປຍັງບັນດາແຂວງພາກເໜືອ ຕາມການສະເໜີຂອງລັດຖະບານລາວ ໂດຍໄດ້ຮີບບິນດ່ວນໄປແຂວງຫຼວງພະບາງຕໍ່ໄປດ້ວຍແຂວງອຸດົມໄຊ ແລະມາຮອດວັນທີ 11 ພຶດສະພາ 2021 ຮອດແຂວງບໍ່ແກ້ວເປັນທີ່ຮຽບຮ້ອຍແລ້ວ.


ເຊິ່ງໃນວັນທີ 11 ພຶດສະພາ 2021 ນີ້, ທີ່ໂຮງແຮມໝອນທອງ ແຂວງບໍ່ແກ້ວ ໄດ້ມີພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ທີ່ເດີນທາງມາຊ່ວຍການແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວໃຫ້ກຽດຕ້ອນຮັບໂດຍ ທ່ານ ດຣ ບຸນຍາເວດ ວົງຄຳຊາວ , ຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍຄະນະສະເພາະກິດ ແຂວງບໍ່ແກ້ວ ຕະຫຼອດຮອດພະນັກງານແພດໝໍ.


ການລົງເຄື່ອນໄຫວຂອງຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ຄັ້ງນີ້ ມີຊ່ຽວຊານຈາກ ສປຈີນ 9 ທ່ານ ຈາກກະຊວງສາທາລະນະສຸກ 3 ທ່ານ ເຊິ່ງ ໄດ້ພົບປະກັບການນຳແຂວງ,ປະຊຸມຮ່ວມກັບຄະນະສະເພາະກິດແຂວງ ແລະ ຮັບຟັງການລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ແລກປ່ຽນຄໍາເຫັນຮ່ວມກັນ ກ່ອນຈະລົງເບິ່ງການປະຕິບັດວຽກງານຕົວຈິງ.

ທີມແພດຊ່ຽວຊານຈີນໄດ້ເຮັດວຽກຮ່ວມກັບທີມແພດທີ່ພົວປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍແຂວງ,ເມືອງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເພື່ອແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19ໃຫ້ໝົດໄປຈາກແຂວງບໍ່ແກ້ວໂດຍໄວແນໃສ່ຟື່ນຟູແຂວງບໍ່ແກ້ວໃຫ້ຄືນສູ່ສະພາບເດີມ.


ຂ່າວ:ຄຳພັນ ແກ້ວມະນີ