ຄວາມຈິງ ຂອງແມ່ຕູ້ 63 ປີ ເສຍຊີວິດ ຫຼັງສັກຢາວັກແຊງປ້ອງກັນໂຄວິດ ທຸກຄົນຢ່າພາກັນແຕກຕື່ນ(ມີວີດີໂອ)

815

ໃນວັນທີ 11 ພຶດສະພາ ທ່ານ ດຣ. ບັນດິດ ຊຸມພົນພັກດີ ຄະນະກຳມະການທີ່ປຶກສາແຫ່ງຊາດ ໃນການໃຫ້ວັກແຊງ ໄດ້ເຂົ້າຮ່ວມຖະແຫຼງຂ່າວຮ່ວມກັບຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ບັນດິດ ຊຸມພົນພັກດີ ຄະນະກຳມະການທີ່ປຶກສາແຫ່ງຊາດ ໃນການໃຫ້ວັກແຊງ ໄດ້ກ່າວວ່າ: ໃນວັນທີ 10 ພຶດສະພາ 2021 ອີງໃສ່ຈາກແຈ້ງການຂອງຄະນະຮັບຜິດຊອບວຽກງານສັກຢາກັນພະຍາດນະຄອນຫຼວງ, ອີງໃສ່ການຊີ້ນໍາຂອງຄະນະຮັບຜິດຊອບເຂດປະຕິບັດພາຍຫຼັງໃຫ້ວັກແຊັງຂອງກະຊວງສາທາລະນະສຸກ ໄດ້ຊີ້ນໍາໃຫ້ກັບທີມງານພວກເຮົາ ໂດຍຄະນະກໍາມະການທີ່ປຶກສາການໃຫ້ວັກແຊັງແຫ່ງຊາດ ຜູ້ຕາງໜ້າກົມອາຫານ ແລະ ຢາ,ຄະນະຮັບຜິດຊອບເຂດປະຕິບັດພາຍຫຼັງໃຫ້ວັກແຊັງຂອງກະຊວງສາທາລະນະສຸກ ແລະ ຕາງໜ້າຈາກອົງການອະນາໄມໂລກ ໃນວັນທີ 10 ພຶດສະພາ 2021 ໄດ້ລົງໄປສືບສວນກ່ຽວກັບກໍລະນີ ແມ່ຕູ້ເບີດ ຫຼື ແມ່ຕູ້ບຸນຍັງ ອາຍຸ 63 ປີ ຢູ່ບ້ານນາຄູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ເສຍຊີວິດ ຫຼັງໄດ້ໄປສັກຢາວັກແຊັງປ້ອງກັນໂຄວິດ-19 ໃນວັນທີ 7 ພຶດສະພາ 2021 ແລະ ໄດ້ເສຍຊີວິດໃນວັນທີ 9 ພຶດສະພາ 20. ກ່ອນໄດ້ຮັບວັກແຊັງ ແມ່ຕູ້ກໍໄດ້ຜ່ານການກວດອຸ່ນຫະພູມ, ຄວາມດັນ, ຕື່ມແບບຟອມ ແລະ ເຊັນເອກະສານຍິນຍອມຕາມຂັ້ນຕອນທີ່ພວກເຮົາໄດ້ປະຕິບັດກັນມາຕະຫຼອດ, ຜ່ານການກວດເຫັນວ່າແມ່ຕູ້ບໍ່ໄດ້ມີຂໍ້ຫ້າມໃດໆໃນການຮັບວັກແຊັງ ພາຍຫຼັງໃຫ້ວັກແຊັງແລ້ວແມ່ຕູ້ກໍໄດ້ພັກຜ່ອນ 15-30 ນາທີ ຫຼັງຈາກບໍ່ມີອາການໃດໆແມ່ຕູ້ກໍກັບບ້ານ.


ຫຼັງຈາກກັບບ້ານໄດ້ 1 ມື້ແລ້ວແມ່ຕູ້ມີອາການປວດຕົນໂຕ, ປວດຕາມແຂນຂາ ແລະ ເວລາດັ່ງກ່າວບໍ່ຮູ້ວ່າແມ່ຕູ້ໄດ້ກິນຢາຫຍັງໄປແດ່; ຫຼັງຈາກນັ້ນວັນທີ 9 ແມ່ຕູ້ເລີ່ມມີອາການຮາກອອກເລືອດ 2-3 ຄັ້ງ ຈົນຮອດເວລາ 17:30 ໂມງພີ່ນ້ອງໄດ້ນໍາພາແມ່ຕູ້ໄປຮອດໂຮງໝໍເມືອງນາຊາຍທອງ ແພດໄດ້ມີການປະເມີນວ່າແມ່ຕູ້ມີອາການເສຍສະຕິ ແລະ ບໍ່ຫາຍໃຈ ຕົນໂຕກໍ່າແຫຼ້, ຄວາມດັນເລືອດ ແລະ ຊິບພະຈອນເອົາບໍ່ໄດ້ ແຕ່ແພດກໍພະຍາມຊ່ວຍຟື້ນຟູຊີບເປັນເວລາດົນພໍສົມຄວນ, ແຕ່ຜູ້ກ່ຽວບໍ່ຕອບສະໜອງ ແລະ ໄດ້ເສຍຊີວິດລົງໄປ.


ພາຍຫຼັງ ສືບຫາຂໍ້ມູນເພີ່ມຕື່ມຈາກຄອບຄົວຜູ້ກ່ຽວ ບາງຄົນກໍບອກວ່າແມ່ຕູ້ບໍ່ມີພະຍາດປະຈໍາໂຕ, ແຕ່ບາງຄົນກໍບອກວ່າແມ່ຕູ້ມີພະຍາດປະຈໍາໂຕເຊັ່ນ: ເປັນວັນນະໂລກ ໄດ້ປິ່ນປົວຜ່ານມາແລ້ວ, ຄວາມດັນເລືອດຂຶ້ນສູງ, ເບົາຫວານ ແລະ ພະຍາດທີ່ປິ່ນປົວຕະຫຼອດແມ່ນກະດູກສັນຫຼັງໜິບເສັ້ນ.

ດັ່ງນັ້ນ ທີມແພດຈິ່ງສະຫຼຸບເບື້ອງຕົ້ນດັ່ງນີ້ ການເສຍຊີວິດຂອງແມ່ຕູ້ແມ່ນບໍ່ມີຂໍ້ມູນໃດໆທີ່ກ່ຽວພັນກັບການສັກຢາວັກແຊັງ ແອັສຕຣາ ເຊເນກາ(astrazeneca) ເພາະວ່າຫຼອດວັກແຊັງທີ່ສັກໃຫ້ແມ່ຕູ້ແມ່ນກ່ອງໜຶ່ງສາມາດສັກໃຫ້ໄດ້ 10 ຄົນ ( ຫຼື 10 ໂດສ ) ແຕ່ 9 ຄົນທີ່ຮັບຢາໃນຫຼອດດຽວກັນບໍ່ມີອາການໃດໆ.

ແນວໃດກໍຕາມ ພວກເຮົາຈະສືບຕໍ່ຫາຂໍ້ມູນເພີ່ມຕື່ມ. ດັ່ງນັ້ນ ຈິ່ງຮຽກຮ້ອງມາຍັງຄອບຄົວ ຫຼື ແພດປິ່ນປົວແມ່ຕູ້ທີ່ຜ່ານມາ ຈົ່ງໃຫ້ຄວາມຮ່ວມມືກັບທີມງານຂອງພວກເຮົາໃນການສືບຫາຂໍ້ມູນດ້ວຍ.

ວີດີໂອຖະແຫຼງຂ່າວ