ອິນເດຍ ເຜົາສົບຜູ້ເສຍຊີວິດຈາກໂຄວິດບໍ່ທັນ ພາກັນເອົາສົບໄຫຼ ລົງແມ່ນ້ຳຄົງຄາ

1281

ອິນເດຍມີຜູ້ເສຍຊີວິດຈາກໂຄວິດ-19 ປະຈຳວັນ ເກືອບ 4 ພັນຄົນ ຂະນະທີ່ ສົບຜູ້ເສຍຊີວິດທີໄຫຼມາຕາມແມ່ນ້ຳຄົງຄາຄາດເປັນການເສຍຊີວິດຈາກການລະບາດໃນຄັ້ງນີ້.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນຄານ ທີ 11 ພຶດສະພາ​ວ່າ ກະຊວງສາທາລະນະສຸກອິນເດຍ ລາຍງານກ່ຽວກັບໂຄວິດ-19 ໃນຮອບວັນຜ່ານມາ ຢືນຢັນພົບຜູ້ຕິດເຊື້ອໃໝ່ 329.942 ຄົນ ປັດຈຸບັນສະຖິຕິຜູ້ຕິດເຊື້ອສະສົມ ຢ່າງໜ້ອຍ 22.992.517 ຄົນ, ປິ່ວປົວດີ 19.027.304 ຄົນ ໂດຍຍັງເຫຼືອຜູ້ທີ່ປິ່ນປົວໃນລະບົບ ຢ່າງໜ້ອຍ 3.715.221 ຄົນ ແລະ ເສຍຊີວິດສະສົມຢ່າງໜ້ອຍ 249.992 ຄົນ ໂດຍເພີ່ມຂຶ້ນ 3.876 ຄົນ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน, ไฟ และกลางแจ้ง

อาจเป็นรูปภาพของ ไฟ และกลางแจ้ง

ຂະນະທີ່ ສື່ທ້ອງຖິ່ນຂອງອິນເດຍລາຍງານວ່າ ພົບສົບຈຳນວນຫຼວງຫຼາຍ ໄຫຼຢູ່ຕາມແມ່ນ້ຳຄົງຄາ ໂດຍບາງເຂດຂອງລັດພິຫານ ແລະ ລັດອຸດຕຣະປະເທດ ພົບສົບຜູ້ເສຍຊີວິດໄຫຼມາຕິດຢູ່ແຄມແມ່ນ້ຳຫຼາຍສົບ ເປັນພາບທີ່ໜ້າກັງວົນໃຫ້ແກ່ຜູ້ທີ່ພົບເຫັນ. ທັງນີ້ ໄດ້ມີການຄາດກັນວ່າ ອາດຈະເນື່ອງມາຈາກການເຜົາສົບບໍ່ທັນ ແລະ ຄອບຄົວຂອງຜູ້ເສຍຊີວິດບໍ່ສາມາດຊອກຫາຟືນມາໃຊ້ເຜົາສົບໄດ້.