ບໍລິສັດ ຊີບີເອຟ ຟາຣມາ ຈໍາກັດ ມອບເຄື່ອງຊ່ວຍເຫຼືອແຂວງຈໍາປາສັກ ມູນຄ່າ 150 ລ້ານກີບ

338

ບໍລິສັດ ຊີບີເອຟ ຟາຣມາ ຈໍາກັດ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ອົງການປົກຄອງແຂວງຈໍາປາສັກ ມູນຄ່າ 150.000.000 ກີບ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຄວາມຄຸມ ແລະ ຕອບຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19.

ພິທີມອບ-ຮັບມີຂຶ້ນໃນວັນທີ 11 ພຶດສະພາ 2021 ນີ້ໃຫ້ກຽດມອບຂອງທ່ານ ດຣ ນາງ ວິໄລວັນ ພັນມະນີວົງ ຮອງຜູ້ອໍານວຍການ ບໍລິສັດ ຊີບີເອຟ ຟາຣມາ ຈໍາກັດ ເປັນກຽດຮັບຂອງທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ມີຄະນະກໍາມະການສະເພາະກິດຕ້ານການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ເຄື່ອງທີ່ນໍາມາມອບມີ ALCOHOL 70,Bt /60 ml 5.000 ແກ້ວ, ALCOHOL 70,Bt/1000 ml 270 ແກ້ວ, Antiseptic Hand Gel 100 ml 500 ແກ້ວ, Cap Disposable 10.000 ອັນ, Face Mask N95 ຈໍານວນ 300 ອັນ, Infared thermometer 60 ອັນ, Suppro Face Mask (Green, Blue, Pink) 560 ກັບ.

ທີ່ມາ:ໜັງສືພິມຈຳປາໃໝ່