11 ພຶດສະພາ ລາວ ມີຜູ້ຕິດເຊື້ອ 35 ຄົນ ໃນນັ້ນ ແຂວງບໍ່ແກ້ວ ຍັງມີຜູ້ຕິດເຊື້ອຫຼາຍກວ່າໝູ່

365

ສປປລາວ ກວດພົບຜູ້ຕິດເຊື້ອ ອີກ 35 ຄົນ(30ຄົນຕິດເຊື້ອໃນຊຸມຊົນພາຍໃນປະເທດ ແລະ ອີກ5 ຄົນແມ່ນແຮງງານລາວເດີນທາງມາຈາກປະເທດເພື່ອນບ້ານ); ໃນນີ້ຢູ່ນະຄອນຫຼວງວຽງຈັນ 9 ຄົນ,ຈຳປາສັກ 5 ຄົນ, ຫຼວງນໍ້າທາ 1 ຄົນ ແລະ ບໍ່ແກ້ວ 20 ຄົນ; ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 1.362 ຄົນ ແລະ ເສຍຊີວິດສະສົມ 1 ຄົນ.


ໃນວັນທີ 11 ພຶດສະພາ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການແລະການລົງທຶນ; ທ່ານ ດຣ. ບັນດິດ ຊຸມພົນພັກດີ ຄະນະກຳມະການທີ່ປຶກສາແຫ່ງຊາດໃນການໃຫ້ວັກແຊັງ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່າວວ່າ: ການເຝົ້າລະວັງໃນວັນທີ 10 ພຶດສະພາ 2021 ລາວ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ເກັບຕົວຢ່າງໄປກວດທັງໝົດ ຈຳນວນ 3.247 ກໍລະນີ ຜົນກວດພົບຜູ້ຕິດເຊື້ອ 35 ຄົນ; ໃນນີ້ ຢູ່ນະຄອນຫຼວງວຽງຈັນ 9 ຄົນ, ຈຳປາສັກ 5 ຄົນ(ເປັນແຮງງານລາວເດີນທາງມາຈາກປະເທດເພື່ອນບ້ານ), ຫຼວງນໍ້າທາ 1 ຄົນ ແລະ ບໍ່ແກ້ວ 20 ຄົນ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 1.362 ຄົນ ແລະ ເສຍຊີວິດສະສົມ 1 ຄົນ.


ສຳລັບການປິ່ນປົວຜູ້ຕິດເຊື້ອຫາຍດີ ເພີ່ມອີກ 59ຄົນ (ນະຄອນຫຼວງ 52 ຄົນ ແລະ ແຂວງບໍ່ແກ້ວ 7 ຄົນ) ລວມປິ່ນປົວດີສະສົມ 297 ຄົນ;  ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນແຕ່ລະແຂວງ ຈຳນວນ 1.064 ຄົນ.

ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເປັນອີກວິທີໜຶ່ງທີ່ດີທີ່ສຸດ ໃນການຕັດວົງຈອນການລະບາດ ເປັນຕົ້ນແມ່ນ: ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ ທີ່ມີຄວາມແອອັດ, ຫຼີກລ້ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫຼີກລ້ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກ ຜູ້ສູງອາຍຸ ເມື່ອຕິດເຊື້ອ ມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ້;


ບັນຫາສຳຄັນ ຂໍການຮ່ວມມືນຳບັນດາທ່ານ ເມື່ອທ່ານໄປກວດຊອກຫາເຊື້ອ ຂໍໃຫ້ທ່ານແຈ້ງລາຍລະອຽດຂອງຕົນເອງຢ່າງຈະແຈ້ງ ຊື່, ນາມສະກຸນ, ອາຍຸ, ທີ່ຢູ່ ແລະ ເບີໂທລະສັບຕິດຕໍ່ ໃຫ້ແກ່ທີມງານແພດເກັບຕົວຢ່າງ ເພື່ອສະດວກໃນການຕິດຕໍ່ພົວພັນກັບຄືນຫາທ່ານ ໃນເວລາໄດ້ຜົນກວດ, ຖ້າຫາກທ່ານໃດ ຈົງໃຈປົກປິດຂໍ້ມູນ ຫຼື ລົບຫຼີກ ແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ.