ສາທາ​ນະຄອນຫຼວງ​ ອອກແຈ້ງການເງື່ອນໄຂການເດີນທາງເຂົ້າ-ອອກ​ ນະຄອນຫຼວງວຽງຈັນ​ ແຕ່ນີ້ຮອດ 20​ ພຶດສະພາ

1058

ພະແນກສາທາລະນະສຸກ​ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເຖິງ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ການຈັດຕັ້ງ ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ​ ເລື່ອງການອະນຸຍາດເອກະສານ ເດີນທາງເຂົ້າ -ອອກ ນະຄອນຫຼວງວຽງຈັນ ແຕ່ນີ້ເຖິງວັນທີ 20 ພຶດສະພາ 2021​ ຈະຕ້ອງໄດ້ປະກອບເອກະສານ ຂໍອະນຸຍາດ ເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ, ລາຍລະອຽດດັ່ງນີ້


ການປະກອບເອກະສານ
1. ພະນັກງານໄປວຽກທາງລັດຖະການຢູ່ຕ່າງແຂວງ: ໃບອະນຸຍາດຢັ້ງຢືນ ຫຼື ໃບແຕ່ງຕັ້ງ ຈາກກົມກອງ.​
2. ນິຕິບຸກຄົນ ຫຼື ບໍລິສັດເອກະຊົນ ໃຫ້ເຮັດໃບສະເໜີຈາກບໍລິສັດ.​
3. ບຸກຄົນ ຫຼື ປະຊາຊົນທົ່ວໄປ ແມ່ນໃຫ້ເຮັດໃບສະເໜີຜ່ານນາຍບ້ານ, ກໍລະນີມີຍາດພີ່ນ້ອງເຈັບເປັນ ຕ້ອງມີໃບຢັ້ງຢືນຈາກໂຮງໝໍ ຫຼື ຖ້າຄົນເຈັບຢູ່ເຮືອນ ແມ່ນໃຫ້ມີໃບຢັ້ງຢືນຈາກນາຍບ້ານ.
4. ຄົນຕ່າງແຂວງທີ່ມາຄ້າງຢູ່ນະຄອນຫຼວງວຽງຈັນ ຢາກກັບຄືນຖີ່ນຖານ ຕ້ອງມີ ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື​ ໃບຢັ້ງຢືນທີ່ຢູ່ ຈາກປົກຄອງທ້ອງຖີ່ນ (ບ້ານ,ເມືອງ ຫຼື ແຂວງ).
5. ສໍາລັບຊາວຕ່າງປະເທດ ທີ່ເຂົ້າມາ ສປປ ລາວ ທີ່ອາໃສຢູ່ນະຄອນຫຼວງວຽງຈັນ ພາຍໃນ 01 ເດືອນ ໃຫ້ມືໃບຢັ້ງຢືນ ກວດໂຄວິດ-19 ຈາກສູນວິເຄາະລະບາດວິທະຍາ


ເງື່ອນໄຂທີ່ອະນຸຍາດ
1. ບຸກຄົນ,ນິຕິບຸກຄົນ ພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ຈະເດີນທາງອອກໄປຕ່າງແຂວງ ທຸກຄົນຈະຕ້ອງໄດ້ຮັບການຢັ້ງຢືນຈາກ ການປົກຄອງທ້ອງຖີ່ນ (ບ້ານ,ເມືອງ ຫຼື ແຂວງ) ປາຍທາງ; ສ່ວນການເຂົ້າມານະຄອນຫຼວງວຽງຈັນ ຈະຕ້ອງມີອະນຸຍາດ ຈາກສະເພາະກິດແຂວງກ່ຽວຂ້ອງກ່ອນ.
2. ຂະບວນລົດຜູ້ນຳ, ລົດແພດສົ່ງຄົນເຈັບ, ລົດກູ້ໄພ, ລົດດັບເພີງ ແລະ ລົດຄະນະສະເພາະກິດ ສາມາດເຂົ້າ-ອອກ ໄດ້ເລີຍ .
3. ຄົນຂັບລົດ ຂົນສົ່ງສິນຄ້າ ແມ່ນໃຫ້ຜ່ານ ອະນຸຍາດຈາກພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ), ຖ້າມີບຸກຄົນອື່ນໄປນຳລົດດັ່ງກ່າວ ຕ້ອງໄດ້ມາຜ່ານພະແນກສາທາລະນະສຸກນະຄອນຫຼວງວຽງຈັນ.
ສະຖານທີ່ພົວພັນເອກະສານ ຢູ່ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ, ສົ່ງເອກະສານ ຜ່ານທາງ WhaApp 020​ 59194224, 02076280640 (ບໍ່ຮັບການຢືນເອກະສານ ໂດຍກົງ).


ໜາຍເຫດ: ເນື້ອໃນເອກະສານຈະຕ້ອງແຈ້ງຈຸດປະສົງເຫດຜົນຄວາມຈໍາເປັນ, ສະຖານທີ່, ປະເພດພາຫະນະ,ເລກທະບຽນ, ຊື່ຜູ້ຂັບລົດ, ເບີໂທລະສັບ, ຈຳນວນຄົນທີ່ຈະເດີນທາງຮ່ວມ, ກຳນົດວັນທີ່ ໄປ ແລະ ກັບ ຢ່າງຈະແຈ້ງ, ພ້ອມຕິດຄັດເອກະສານໃຫ້ຄົບຖ້ວນຕາມທີ່ໄດ້ລະບຸຢູ່ຂ້າງເທິງ.

ສະໜັບສະໜູນຂ່າວໂດຍ: