ເທເລີ້ ສີສົມບັດ ກັບບົດບາດການເປັນພະເອກຊີຣີເລື່ອງທຳອິດ “ສະບາຍດີຊຳເໜືອ”

930

ພາຍຫຼັງຜົນງານການສະແດງເລື່ອງສະບາຍດີຊໍາເໜືອໄດ້ເຜີຍແຜ່ສູ່ສັງຄົມ ເທເລີ້ ໄດ້ເປີດໃຈໃຫ້ຮູ້ວ່າ: ເມື່ອເວົ້າເຖິງກະແສຕອບຮັບຊີຣີສະບາຍດີຊຳເໜືອ ສ່ວນໂຕ ເທເລີ້ happy ຫລາຍກັບ feedback ແລະ ແຮງເຊຍຂອງທຸກຄົນ. ມີອິນບ໋ອກເຂົ້າມາໃຫ້ກຳລັງໃຈຫລາຍ ຖືວ່າຫາຍເມື່ອຍເລີຍສຳລັບການທຸ່ມເທ ໃນການສະແດງໃນຊີລີເລື່ອງນີ້. ຂອບໃຈແຟນໆທຸກຄົນທີ່ຕິດຕາມ ແລະ ສະໜັບສະໜູນ ຊີຣີພວກເຮົາ.

ສ່ວນໂຕ ເທເລີ້ ເອງກະລຸ້ນຄືກັນ ວ່າອົງປະກອບທຸກຢ່າງມັນຊິອອກມາເປັນແນວໃດ. ແຕ່ເມື່ອອອກມາແລ້ວກໍປະທັບໃຈຫລາຍສາກເລີຍ. ສາກທີ່ຫລິ້ນນຳພໍ່ ອານົນ (ອ້າຍກູ່ Lao star) ເພາະມັນເປັນຊີນທີ່ເລົ່າເລື່ອງກ່ຽວກັບຄອບຄົວ ແລະ ອີກຊີນໜຶ່ງທີ່ປະທັບໃຈແມ່ນຕອນ ພະເອກ ແກ້ເຄື່ອງອາບນຳ້ຫ້ວຍ ເຊິ່ງໃນຕອນຖ່າຍທຳແມ່ນມີອຸປະສັກຫລາຍ ເປັນຕົ້ນແມ່ນອາກາດ ຕອນຖ່າຍທຳແມ່ນ 0 ອົງສາຢູ່ຊໍາເໜືອ.

ຊີຣີສະບາຍດີຊໍາເໜືອເປັນ ຊີລີ ເລື່ອງທໍາອິດຂອງ ເທເລີ້ ຮູ້ສຶກຕື່ນເຕັ້ນຄືກັນ ເພາະທີ່ຜ່ານມາ ເທເລີ້ ເອງສ່ວນໃຫຍ່ມີແຕ່ຈັບໄມຮ້ອງເພັງ, ເດີນແບບ, ຖ່າຍແບບ ແລະ ຖ່າຍໂຄສະນາ. ແຕ່ກ່ອນເປີດກ້ອງຖ່າຍ ຊີຣີ ສະບາຍດີຊຳເໝືອ ເທເລີ້ ໄດ້ເຮັດການບ້ານໜັກພໍສົມຄວນ ເຊິ່ງຄວາມທ້າທາຍໃນການສະແດງບໍ່ຄ່ອຍມີ ສ່ວນໃຫຍ່ຈະມີແຕ່ອຸປະສັກ ຕາມແຕ່ລ່ະສະຖານທີ່ຖ່າຍທຳ ເປັນຕົ້ນ: ສຽງນົກ, ສຽງໄກ່, ສຽງແມວ ແລະ ສຽງເດັກນ້ອຍ ທີ່ເວລາຖ່າຍທຳຈະມັກມີການສອດແຊກເຂົ້າມາ ເຮັດໃຫ້ຖ່າຍທຳຫລາຍແທັກ ບາງຊີນຖ່າຍເປັນມື້.

ສຳລັບເນື້ອເລື່ອງຫຍໍ້ຂອງຊີຣີສະບາຍດີຊຳເໜືອ ອານົນ ຈະເປັນຄົນດຳເນີນເລື່ອງຫລັກ ເຊິ່ງຄາເລັກເຕີຂອງ ອານົນ ເປັນໜຸ່ມທ່າທີ ສຸຂຸມ ເປັນຄົນບ້າງານ ເພື່ອພິສູດໃຫ້ພໍ່ຍອມຮັບ ແລະ ຢາກສ້າງອະນາຄົດທີ່ໝັ້ນຄົງ ແຕ່ຈຳຕ້ອງໄປເບິ່ງໂຄງການຢູ່ຊຳເໜືອເພື່ອພິສູດໃຫ້ພໍ່ເຫັນໃນຄວາມສາມາດ ແຕ່ພໍໄປຮອດຊຳເໜືອ ຄວາມວຸ່ນວາຍກໍເກີດຂຶ້ນ ແລະ ໄດ້ໄປພົບກັບນາງເອກ (ມິນຕາ) ເຊິ່ງນາງເອກເປັນຄົນນຳທ່ຽວ ໃນຊີຣີເລື່ອງນີ້ຈະມີຫຼາຍອາລົມປະສົມປະສານ ທີ່ສຳຄັນແມ່ນເນັ້ນນໍາສະເໜີ ແຫລ່ງທ່ອງທ່ຽວ, ວິຖີຊີວິດ ແລະ ວັດທະນະທຳຂອງຄົນຊຳເໜືອ

ກໍມີຄໍາຖາມເຂົ້າມາວ່າ ຈະມີພາກ 2 ຫລື ບໍ່? ເທເລີ້ເອງກໍບໍ່ສາມາດຢືນຢັນໄດ້ ມັນຂຶ້ນຢູ່ກັບກະແສ ແລະ feedback ຂອງແຟນໆ. ມາລຸ້ນເບິ່ງນຳກັນວ່າຊິມີພາກ 2 ຕໍ່ຫລືບໍ່? ຈັ່ງໃດກໍຝາກແຟນໆຕິດຕາມຫລາຍໆເດີ ເພື່ອທີ່ຈະໄດ້ມີພາກ 2 ໃຫ້ທຸກຄົນໄດ້ເບິ່ງກັນ

ຜົນງານຫຼ້າສຸດ ເທເລີ້ ໄດ້ຮັບກຽດເປັນຊາຍແບບໃຫ້ ລາວໂທລະຄົມ ເຊິ່ງເປັນເຄືອຄ່າຍທີ່ ເທເລີ້ ໃຊ້ມາຕັ້ງແຕ່ນ້ອຍ ແລະ ຝາກຕິດຕາມການຖ່າຍໂຄສະນາ ຣີວິວຕ່າງໆ. ຫຼ້າສຸດ ເທເລີ້ ເອງເປີດສອນການເດີນແບບໃຫ້ນ້ອງໆທຸກຄົນທີ່ມັກຮັກໃນສາຍອາຊີບເດີນແບບ ຢູ່ທີ່ the black academy. ທ້າຍສຸດນີ້ ເທເລີ້ ຢາກຝາກ ຊີຣີ ສະບາຍດີຊຳເໝືອ ໄວ້ໃນອ້ອມອົກອ້ອມໃຈທຸກຄົນ. ຫວັງວ່າທຸກຄົນທີ່ເບິ່ງຊີຣີນີ້ ຈະມີຄວາມສຸກ ແລະ ຮອຍຍິ້ມໄປກັບການສະແດງຂອງພວກເຮົາ.

ສຳລັບໃຜທີ່ຢາກຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງ ເທເລີ້ ກໍສາມາດເຂົ້າໄປຕິດຕາມ Facebook & Instagram: Teler Sisombath