2ບ້ານຂອງເມືອງແກ່ນທ້າວ ຖືກລົມພາຍຸພັດເສຍຫາຍ 27 ລ້ານກວ່າກີບ

452

ໃນເວລາ 14:30 ໂມງ ຂອງວັນທີ 9 ພຶດສະພາ 2021 ຜ່ານມາ ໄດ້ເກີດລົມພາຍຸພັດເຮືອນປະຊາຊົນ ບ້ານຫ້ອຍຫຼອດ ແລະ ບ້ານຫ້ວຍເປັດ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເຮັດໃຫ້ເຮືອນຂອງປະຊາຊົນ ເສຍຫາຍ 24 ຄອບຄົວມີ 140 ຄົນ. ລວມມູນຄ່າເສຍຫາຍທັງໝົດ 27.400.000 ກີບ.

ໃນນີ້, ບ້ານຫ້ວຍຫຼອດ ມີ 16 ຄອບຄົວ ແລະ ໂຮງຮຽນ 1 ແຫ່ງ ເຊິ່ງມີກະເບື້ອງເສຍຫາຍ 50 ກວ່າແຜ່ນ ມູນຄ່າ 1.000.000 ກວ່າກີບ, ສັງກະສີ 150 ກວ່າແຜ່ນ ມູນຄ່າ 6.000.000 ກວ່າກີບ, ກັ້ນສາດໜ້າບ້ານຮື້ໝົດມູນຄ່າ 900.000 ກວ່າກີບ ແລະ ໂຄງຫຼັງຄາໂຮງຮຽນຮື້ ມູນຄ່າ 5.000.000 ກີບ ລວມມູນຄ່າທັງໝົດ 13.700.000 ກວ່າກີບ.

ບ້ານຫ້ວຍເປັດ 8 ຄອບຄົວ ແລະ ໂຮງຮຽນ 1 ແຫ່ງ ເຊິ່ງລວມມີກະເບື້ອງເສຍຫາຍ 30 ກວ່າແຜ່ນ 900.000 ກວ່າກີບ, ສັງກະສີ 140 ກວ່າແຜ່ນ ມູນຄ່າ 8.000.000 ກວ່າກີບ, ໄມ້ແປຮູບ 100 ກວ່າໂຕ ມູນຄ່າ 3.000.000 ກວ່າກີບ ແລະ ໂຄງຫຼັງຄາໂຮງຮຽນຮື້ ມູນຄ່າ 1.000.000 ກວ່າກີບ ລວມມູນຄ່າທັງໝົດ 13.600.000 ກວ່າກີບ.


ຕໍ່ກັບຜົນເສຍຫາຍດັ່ງກ່າວຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງໄດ້ລາຍງານໃຫ້ເມືອງ ແລະ ແຂວງໄດ້ຮັບຮູ້ແລ້ວ ເພື່ອຫາທາງຊ່ວຍເຫຼືອໃນຂັ້ນຕອນຕໍ່ໄປ

່ຂ່າວ: ຖວທ​ ເມືອງແກ່ນທ້າວ