ເຊເຣນາ ເປີດເຜີຍບໍ່ລົງແຂ່ງຂັນ ໂອແລມປິກ ທີ່ຍີ່ປຸ່ນ

706

ເຊເຣນາ ວິລລຽມສ໌ ນັກເທັນນິສມື 8 ຂອງໂລກຄົນປັດຈຸບັນ ເປີດເຜີຍຜ່ານສື່ຕັດສິນໃຈບໍ່ລົງແຂ່ງຂັນ ໂອແລມປິກ 2020 ທີ່ປະເທດຍີ່ປຸ່ນ ທີ່ຈະຈັດຂຶ້ນໃນເດືອນກໍລະກົດ 2021.

ເຊເຣນາ ຖືກຖາມເລື່ອງການເຂົ້າຮ່ວມທີມຊາດສະຫະລັດອາເມຣິກາ ໃນການລົງແຂ່ງຂັນ ໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.

ເຊເຣນາ ຕອບວ່າ: “ ຂ້ອຍບໍ່ເຄີຍໃຊ້ເວລາຄົບ 24 ຊົ່ວໂມງ ກັບ ລູກຢູ່ຂ້າງໆແນ່ນອນ ຖ້າໄປແຂ່ງຂັນໂອແລມປິກ ເຊິ່ງການແຂ່ງຂັນ ໂອແລມປິກ ມັນຄວນຈະເກີດໃນປີ 2020 ແລະ ຕອນນີ້ກໍຍັງມີການລະບາດຂອງ ໂຄວິດ ດັ່ງນັ້ນຂ້ອຍຈະບໍ່ລົງແຂ່ງຂັນ ພຽງແຕ່ລົງແຂ່ງຂັນ ແກຣນສະແລມ ກໍພຽງພໍແລ້ວ ”.