ແມັກເກຣເກີ ສົນເປັນສ່ວນໜຶ່ງໃນຫຸ້ນຂອງ ແມນຢູ ພ້ອມຍອມຮັບເຈລະຈາຊື້ຫຸ້ນຂອງ ເຊລຕິກ

574

ຄໍເນີ ແມັກເກຣເກີ ນັກກີລາປະສົມປະສານຈາກວົງການກີລາ UFC ຕ້ອງການເປັນສ່ວນໜຶ່ງຂອງສະໂມສອນກີລາ ໂດຍມີແຜນຊື້ຫຸ້ນ ແມນເຊັສເຕີ ຢູໄນເຕັດ ທີມໃນພຣີເມຍລີກ ອັງກິດ ກັບ ກລາສໂກ ເຊລຕິກ.

ສໍາລັບ ແມັກເກຣເກີ ມີຊັບສິນຢູ່ປະມານ 180 ລ້ານປອນ ແລະ ຫາກໍຂະຫຍາຍຫຸ້ນສ່ວນບໍລິສັດວະສກີ້ “ ພຣ້ອບເພີ ທະເວລ ” ມູນຄ່າ 423 ລ້ານປອນ.

ຫຼ້າສຸດ ແມັກເກຣເກີ ສົນໃຈເປັນເຈົ້າຂອງທີມກີລາອາຊີບ ແລະ ກ່ອນໜ້ານັ້ນໄດ້ເຈລະຈາກັບ ເດິມ໊ອດ ເດສມອນ ຜູ້ຖືຫຸ້ນຫຼັກຂອງສະໂມສອນ ເຊລຕິກ ທີມຊັ້ນນໍາໃນສະກອດແລນ ລວມເຖິງຍັງເປີດເຜີຍວ່າຕ້ອງການເປັນສ່ວນໜຶ່ງຂອງ ແມນຢູ ທີມທີ່ຕົວເອງຮັກມັກ.