5 ວິທີງາມໃຫ້ສຸດບໍ່ຢຸດທີ່ໂຄວິດ-19 ແນະນຳໂດຍແພດຜູ້ຊ່ຽວຊານ

597

ເຮົາຄວນຖືໂອກາດນີ້ປັບປ່ຽນວິຖີຊີວິດໃນການເລືອກກິນອາຫານທີ່ສະອາດ, ປຸງສຸກ ແລະ ມີປະໂຫຍດຕໍ່ຮ່າງກາຍເຊັ່ນ: ໂປຣຕີນຈາກປາທະເລນໍ້າເລິກ

ງົດການເມົາແບບໜັກໆ, ສູບຢາ ແລະ ນອນເດິກ ເພາະນອກຈາກພຶດຕິກຳເຫຼົ່ານີ້ຈະທຳຮ້າຍສຸຂະພາບໂດຍລວມແລ້ວຍັງເຮັດໃຫ້ຜິວຂອງທ່ານພັງງ່າຍຂຶ້ນອີກດ້ວຍ

ເນື່ອງຈາກວິກິດໂຄວິດ-19 ລະບາດໄປທົ່ວໂລກ ເຮັດໃຫ້ເຮົາຕ້ອງກັກໂຕຢູ່ເຮືອນ ແລະ ງົດພົບປະສັງສັນກັບຜູ້ອື່ນຕາມມາດຕະການຮັກສາໄລຍະຫ່າງທາງສັງຄົມ ຫຼ້າສຸດລັດຖະບານຍັງປະກາດເພີ່ມເຕີມໃຫ້ບັນດາຄຣີນິກເສີມຄວາມງາມຕ່າງໆ, ຮ້ານເຮັດເລັບ, ຮ້ານຕັດຜົມ, ສະປາ ຫລື ຄຣີນິກເຮັດຫນ້າ ຕ້ອງປິດໃຫ້ບໍລິການຊົ່ວຄາວ ແຕ່ເຮົາມີ 5 ວິທີເບິ່ງແຍງຜິວໜ້າສຳລັບຄົນທີ່ຢາກໃຫ້ຄວາມງາມຢູ່ຄູ່ກັບຕົນໄປຕະຫລອດໃນຊ່ວງກັກໂຕ.

  1. ເລີ່ມຕົ້ນຈາກພາຍໃນ: ສິ່ງທຳອິດທີ່ຄວນເບິ່ງແຍງແມ່ນສະພາບຈິດໃຈຂອງເຮົາເອງ ບາງ ເທື່ອຄວາມໝັ້ນໃຈວ່າເຮົາຫນ້າຕາບໍ່ດີເກີດຈາກຄວາມກັງວົນທີ່ຢູ່ໃນສ່ວນເລິກຂອງຈິດໃຈ ຫລື ມາຈາກຄວາມຮູ້ສຶກວ່າຊີວິດບໍ່ປອດໄພອັນເກີດຈາກເລື່ອງໄວຣັດ ຢ່າງທຳອິດຈຶ່ງຄວນຟື້ນຟູຄວາມໝັ້ນໃຈຂອງຕົນເອງກັບມາກ່ອນເຊັ່ນ: ພະຍາຍາມຄິດບວກ ຫລື ໃຊ້ເວລາທີ່ຢູ່ເຮືອນພັດທະນາຕົນເອງ ເລີ່ມອ່ານຫນັງສື ຟັງເພງໃຫ້ຫລາຍຂຶ້ນ ຟັງເທດ ຟັງທຳມະ ເຮັດອາຫານ ປູກຕົ້ນໄມ້ ລ້ຽງສັດ ຮຽນຮູ້ສິ່ງຕ່າງໆທັງໃນໂລກອອນໄລນ໌ ແລະ ຊີວິດຈິງ ສິ່ງເຫຼົ່ານີ້ຂະເຮັດໃຫ້ຈິດໃຈໝັ້ນຄົງຫລາຍຂຶ້ນ ພ້ອມຮັບມືກັບບັນຫາໃດ້ຢ່າງມີສະຕິ

2. ປ່ຽນພຶດຕິກຳການກິນ: ຊ່ວງນີ້ຮ້ານອາຫານໃນຫ້າງປິດຈະກິນຊີ້ນດາດ ຫລື ບຸບເຟ ກໍບໍ່ສະດວກຄືເມື່ອກ່ອນ ເຮົາຕ້ອງໄດ້ເຮັດກິນເອງ ແລະ ເຮົາຄວນຖືໂອກາດນີ້ປ່ຽນວິຖີຊີວິດໃນການເລືອກກິນອາຫານທີ່ສະອາດປຸງສຸກ ແລະ ມີປະໂຫຍດຕໍ່ຮ່າງກາຍ ເຊັ່ນ: ໂປຣຕີນ, ກິນປະເພດຜັກ, ໝາກໄມ້ໂດຍສະເພາະແມ່ນປະເພດທີ່ມີວິຕາມິນຊີ ແລະ ແຮ່ທາດທີ່ຈຳເປັນເຊັ່ນ: ໝາກສີດາ, ໝາກກ້ຽງ, ໝາກກ້ວຍ, ໝາກຫຸ່ງສຸກ ແລະ ອື່ນໆ ຈະເຮັດໃຫ້ຮ່າງກາຍມີພູມຕ້ານທານທີ່ດີ ບໍ່ສ່ຽງຕໍ່ການເຈັບປ່ວຍງ່າຍ ຫາກຕ້ອງການເສີມວິຕາມິນໃຫ້ລອງເປັນວິຕາມິນລວມ ວິຕາມິນບີ, ຊີ, ອີ.  ສຳລັບໃຜທີ່ມັກສັ່ງເດລີ່ເວີລີ່ ໃຫ້ແນະນຳສັ່ງອາຫານທີ່ປຸງສຸກ, ມີຝາປິດຢ່າງດີ ແລະ ສັ່ງອາຫານທີ່ມີປະໂຫຍດມາກິນ

3. ງາມດ້ວຍຕົນງເອງ: ງາມບໍ່ງໍ້ຮ້ານ ເລີ່ມຕົ້ນບຳລຸງຜິວດ້ວຍຕົນເອງຢູ່ເຮືອນ ເຊິ່ງສາມາດເຮັດໄດ້ຫລາຍວິທີໂດຍບໍ່ຕ້ອງເຈິໃຜ ຫາກເປັນຜິວໜ້າຄວນມີເຊລໍ້າ ຫຼື ຄີມບຳລຸງຜິວ ທີ່ໃຫ້ຄວາມຊຸ່ມຊື່ນ ລອງຝຶກເຮັດສະປາດ້ວຍຕົນເອງ ເຊັ່ນ: ມາສ໌ໜ້າຂັດຜິວຕົນໂຕ ແລະ ຜິວຕີນ; ລອງທາເລັບເອງ. ຂໍ້ດີຄືທ່ານທີ່ຢູ່ໃນຊ່ວງກັກໂຕເຖິງຈະເຮັດບໍ່ງາມແຕ່ກໍບໍ່ມີໃຜເຫັນຝືກຕະຫລອດ ດຽວກໍເກັ່ງຂຶ້ນເອງ ດີກວ່າປ່ອຍເນື້ອປ່ອຍໂຕໃຫ້ຍິ່ງເສົ້າຫມອງໄປກັນໃຫຍ່

4. ອອກຳລັງກາຍເພື່ອຜິວພັນ: ຊ່ວງ Work from Home ເຮັດໃຫ້ເຮົາຕ້ອງຢູ່ເຮືອນ ອີກທັງຟິດເນັດກໍປິດເຮັດໃຫ້ບໍ່ໄດ້ອອກກຳລັງກາຍຫາກບໍ່ຢາກໃຫ້ນໍ້າໜັກຂຶ້ນແນະນຳໃຫ້ອອກກຳລັງກາຍເອງຢູ່ເຮືອນມື້ລະ 40-60 ນາທີ ເປັນປະຈຳທຸກມື້ເຊັ່ນ: ການຫລິ້ນໂຍຄະ, ແລ່ນ, ຍ່າງໄວ…ຂໍ້ດີກໍຄືບໍ່ສ່ຽງຈາກການຮັບເຊື້ອຈາກຄົນອື່ນໃນຟິດເນັດ ແລະ ຍັງເປັນການປ້ອງກັນຕົນເອງເອົາເຊື້ອໄປຕິດຄົນອື່ນອີກດ້ວຍ (ໃນກໍລະນີຕິດແຕ່ບໍ່ຮູ້)

ການອອກກຳລັງກາຍຊ່ວຍສ້າງກ້າມເນື້ອ ເຜົາຜານໄຂມັນເຮັດໃຫ້ປອດ ແລະ ຫົວໃຈແຂງແຮງ ຊ່ວຍໃຫ້ຜິວພັນດູດີ ເພາະມີເລືອດສູບສີດ ແລະ ຂັບສານພິດອອກຈາກຮ່າງກາຍ; ການອອກກຳລັງກາຍເຮັດໃຫ້ເບິ່ງອ່ອນກວ່າໄວ

  1. ງົດສິ່ງທີ່ທຳຮ້າຍສຸຂະພາບ: ຢຸດ ແລະ ເຊົາພຶດຕິກຳການທຳຮ້າຍສຸຂະພາບເຊັ່ນ ການດື່ມເຫຼົ້າເມົາຕະຫຼອດ ເພາະບໍ່ດີຕໍ່ສຸຂະພາບຜິວ ແລະ ຕັບ ຖືໂອກາດນີ້ເຊົາຢາສູບ ເພາະການສູບຢາຖືເປັນການທຳລາຍປອດ ຈຸດດຽວກັບໄວຣັດພຸ່ງເຂົ້າໂຈມຕີ ແລະ ສ່ຽງຕໍ່ການທຳຮ້າຍຕົນເອງດ້ວຍການນອນເດິກ ເຮັດໃຫ້ນອນບໍ່ພໍ ເພາະນອກຈາກພຶດຕິກຳເຫຼົ່ານີ້ຈະທຳຮ້າຍສຸຂະພາບໂດຍລວມແລ້ວຍັງເຮັດໃຫ້ຜິວຂອງທ່ານພັງໄດ້ງ່າຍຂຶ້ນອີກດ້ວຍ.