ຈຸນ ຟູກຸດະ ອະດີດຄູຝຶກພາທີມໃນລາວລີກຄວ້າແຊັມ 3 ສະໄໝ ຍ້າຍໄປຮັບໜ້າທີ່ໃນທີມລີກໄທ

634

ສະໂມສອນ ສະມຸດປຣາການ ຊິຕີ້ ປະກາດແຕ່ງຕັ້ງທ່ານ ຈຸນ ຟູກຸດະ ຄູຝຶກປະສົບການສູງຊາວຍີ່ປຸ່ນ ເປັນຜູ້ອໍານວຍການພັດທະນາທີມເຍົາວະຊົນ ຢ່າງເປັນທາງການເມື່ອວັນທີ 10 ພຶດສະພາ 2021 ຕາມການລາຍງານຂອງ ເພຈ໌ບຸກທາງການຂອງສະໂມສອນ.

ທ່ານ ຄຸນທະເນດ ພານິດຊີວະ (คุณธเนศ พานิชชีวะ) ປະທານບໍລິຫານສະໂມສອນດັ່ງກ່າວເປີດເຜີຍວ່າ: ຍິນດີຕ້ອນຮັບ ຟູກຸດະຊັງ ທີ່ເຂົ້າມາຮ່ວມງານກັບສະໂມສອນໃນການພັດທະນານັກກີລາເຍົາວະຊົນໄທ ໃນສັງກັດຂອງສະໂມສອນຮ່ວມກັບ ມາຊາທາດະ ອິຊິອິ ຜູ້ຈັດການທີມຂອງພວກເຮົາ ເຊິ່ງເປັນນະໂຍບາຍຫຼັກຂອງສະໂມສອນ ເພື່ອພັດທະນາເຍົາວະຊົນຢ່າງມີລະບົບ ໃຫ້ກ້າວໄປເປັນກໍາລັງສໍາຄັນຂອງທີມຊຸດໃຫຍ່ ແລະ ທີມຊາດໄທ ໃນອະນາຄົດ.

ສໍາລັບ ຈຸນ ຟູກຸດະ ປັດຈຸບັນອາຍຸ 44 ປີເປັນຄູຝຶກ A ລາຍເຊັນຈາກສະຫະພັນບານເຕະເອີຣົບ ( ຢູຟາ ) ເລີ່ມການເປັນຄູຝືກອາຊີບເມື່ອປີ 2013 ກັບທີມ ເອັຟຊີ ລູລານບາຕໍ ໃນລີກສູງສຸດຂອງປະເທດມົງໂກລີ ກ່ອນຍ້າຍມາເປັນຫົວໜ້າຄູຝຶືກຂອງ ລາວໂຕໂຢຕ້າ ເອັຟຊີ (ເອັຟຊີ ຈັນທະບູລີ ຊື່ທີມປັດຈຸບັນ ) ພາທີມຄວ້າແຊັມລາວລີກໄດ້ເຖິງ 3 ສະໄໝໄດ້ແກ່ 2018, 2019 ແລະ 2020 ແລະ ແຊັມການແຂ່ງຂັນ LFF Cup ອີກ 1 ສະໄໝ (2019)
ຂອບໃຈຮູບຈາກ: สมุทรปราการซิตี้ SPC