ເຕືອນ​ເຝົ້າລະວັງຝົນຕົກ,​ ຟ້າຮ້ອງຟ້າເຫຼືອມ​ ແລະ​ ລົມພັດແຮງ​ 13​ ຫາ​ 16​ ພຶດສະພາ

1053

ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ​ ໄດ້ອອກບົດລາຍງານຄາດຄະເນສະພາບອາກາດ ໃນໄລຍະວັນທີ 10 – 16 ພຶດສະພາ 2021​ ວ່າ: ໃນໄລຍະວັນທີ 10 – 12 ພຶດສະພານີ້​ ຄວາມກົດດັນຕໍ່າຂອງອາກາດຮ້ອນຈະມີກຳລັງປານກາງ ຫາ ແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຫຼາຍ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ໄລຍະວັນທີ 13 – 16 ພຶດສະພາ 2021​ ກະແສລົມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ່ມຂຶ້ນພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມຫຼາຍ​ເພີ່ມຂື້ນໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖີ່ນ.​ ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້


ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕ່ຳສຸດ 17 – 19 ອົງສາ ແລະ ສູງສຸດ 29 – 31​ ອົງສາ.
ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ,​ ຫຼວງພະບາງ ແລະ ໄຊຍະບູລີ ອຸນຫະພູມຕໍ່າສຸດ 21 - 23 ອົງສາ ແລະ ສູງສຸດ 37 – 39 ອົງສາ.


ພາກກາງ: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.​ ອຸນຫະພູມຕໍ່າສຸດ 24 – 26 ອົງສາ ແລະ ສູງສຸດ 37 - 39 ອົງສາ.​ ສະເພາະແຂວງໄຊສົມບູນ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕ່ຳສຸດ 15 – 17 ອົງສາ ແລະ ສູງສຸດ 29 – 31 ອົງສາ.


ພາກໃຕ້: ອາກາດຮ້ອນ ຫາ ຮ້ອນເອົ້າຫຼາຍ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ຫາ ໜັກ​ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ສາລະວັນ, ຈຳປາສັກ, ອັດຕະປື ແລະ ເຊກອງ. ອຸນຫະພູມຕ່ໍາ​ສູດ 24 – 26 ອົງສາ ແລະ ສູງສຸດ 38 –40 ອົງສາ.​ ສະເພາະເຂດພູພຽງບໍລະເວນອາກາດໜາວເຢັນ ແລະ ມີຝົນຕົກຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 14 – 16 ອົງສາ ແລະ ສູງສຸດ 26 - 28 ອົງສາ.


ນະຄອນຫຼວງວຽງຈັນ: ອາກາດຮ້ອນ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອູນຫະພູມຕໍ່າສຸດ 24 – 26 ອົງສາ ແລະ ສູງສຸດ 36 – 38 ອົງສາ.


ພ້ອມ​ດຽວກັນ​ນີ້,​ ຍັງມີຄຳເຕືອນເຝົ້າລະວັງອາກາດຮ້ອນເອົ້າຫຼາຍ ແລະ ຝົນຕົກຟ້າຮ້ອງຟ້ເຫຼື້ອມ-ລົມພັດແຮງ ໃນໄລຍະວັນທີ 13- 16 ພຶດສະພາ 2021​ ນີ້ ເນື່ອງຈາກຄວາມກົດດັນຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຫຼາຍ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.


ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນ ຫາ​ ຮ້ອນເອົ້າຫຼາຍ ທີ່ຈະເຮັດເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້.