ໄຟຟ້າສະຫວັນນະເຂດອອກແຈ້ງການດ່ວນ ຈະຮີບຮ້ອນແກ້ໄຂລະບົບທະນາຄານ

454

ຄືດັ່ງທີ່ທຸກຄົນຮູ້ດີແລ້ວວ່າປະຈຸບັນນີ້ປະເທດເຮົາແມ່ນນຳໃຊ້ໃບບິນໄຟຟ້າທີ່ທັນສະໄໝເຊື່ອມຕໍ່ກັບທະນາຄານ ເຊິ່ງປົກກະຕິແລ້ວກໍ່ບໍ່ຄ່ອຍເກີດຂໍ້ຜິດພາດ ແຕ່ກໍ່ຫີກລຽງບໍໄດ້ບາງຄັ້ງທີ່ເກີດລະບົບຂັດຂ້ອງຂຶ້ນມາ ຕົວຢ່າງທີ່ເກີດຂຶ້ນຢູ່ແຂວງສະຫວັນນະເຂດ.

ດັ່ງນັ້ນ, ທາງລັດວິສາຫະກິດໄຟຟ້າລາວສາຂາສະຫວັນນະເຂດຈິ່ງອອກແຈ້ງການດ່ວນເຖິງລູກຄ້າທີ່ຊໍາລະຄ່າກະແສໄຟຟ້າ ຜ່ານລະບົບທະນາຄານໃຫ້ຮັບຊາບວ່າ ເກີດຂໍ້ຂັດຂ້ອງທາງດ້ານຂໍ້ມູນການຄິດໄລ່ເງິນຂອງລູກຄ້າ, ເຮັດໃຫ້ຈຳນວນຍອດເງິນຂອງລູກຄ້າມີຄ່ານໍາໃຊ້ກະແສໄຟຟ້າສູງຜິດປົກກະຕິ.

ສະນັ້ນ ທາງສາຂາລັດວິສາຫະກິດໄຟຟ້າລາວແຂວງສະຫວັນນະເຂດ ກໍາລັງດໍາເນີນການແກ້ໄຂລະບົບຂໍ້ມູນ ຂອງລູກຄ້າໃຫ້ສໍາເລັດ ແລະ ກັບຄືນມາໃຊ້ງານເປັນປົກກະຕິ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງຜູ້ຊົມໃຊ້ໄຟຟ້າທຸກທ່ານ ພາຍໃນ ແຂວງສະຫວັນນະເຂດ ເພື່ອຮັບຊາບ ແລະຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ, ຖ້າຫາກວ່າບັນດາທ່ານມີຂໍ້ສົງໃສ ຫຼື ຂໍ້ມູນການຊົມໃຊ້ໄຟບໍ່ຖືກຕ້ອງ ໃຫ້ເຂົ້າມາພົວພັນກັບ ສາຂາລັດວິສາຫະກິດໄຟຟ້າລາວ ແຂວງສະຫວັນນະເຂດ ແລະ ສູນບໍລິການປະຈໍາເມືອງ ຕ່າງໆ.