ຍອດຜູ້ເສຍຊີວິດຈາກເຫດລະເບີດຢູ່ອັຟການິດສະຖານ ເພີ່ມເປັນ 68 ສົບ ບາດເຈັບ 165 ຄົນ

449

ສຳນັກຂ່າວຣອຍເຕີລາຍງານວ່າ: ຈຳນວນຜູ້ເສຍຊີວິດຈາກເຫດລະເບີດລົດໃກ້ໂຮງຮຽນແຫ່ງໜຶ່ງໃນນະຄອນຫຼວງຄາບູລ ຂອງອັຟການິດສະຖານເພີ່ມເປັນ 68 ສົບ ໂດຍຜູ້ເສຍຊີວິດສ່ວນໃຫຍ່ເປັນເດັກນ້ອຍນັກຮຽນຍິງ, ຜູ້ປົກຄອງນັກຮຽນຕ່າງກໍຮ້ອງໄຫ້ດ້ວຍຄວາມອາໄລອາວອນ, ຂະນະທີ່ແພດເລັ່ງປິ່ນປົວຜູ້ໄດ້ບາດບາດເຈັບຈຳນວນ 165 ຄົນ.


ລາຍງານລະບຸວ່າ: ຊາວອັຟການິດສະຖານໄດ້ກ່າວໂທດລັດຖະບານ ແລະ ຊາດຕາເວັນຕົກທີ່ບໍ່ສາມາດຢຸດຕິຄວາມຮຸນແຮງ ແລະ ສົງຄາມກາງເມືອງທີ່ຢືດເຍື້ອມາຍາວນານໃນອັຟການິດສະຖານໄດ້.


ໃນຂະນະດຽວກັນສົມເດັດພະສັນທະປະປາ ຟຣານຊິສ ໄດ້ຊົງກ່າວປະນາມເຫດລະເບີດດັ່ງກ່າວວ່າ ເປັນການກະທຳທີ່ໂຫດຮ້າຍປ່າເຖື່ອນທີ່ສຸດ, ໃນຂະນະທີ່ເລຂາທິການໃຫຍ່ແຫ່ງ ສະຫະປະຊາຊາດກໍໄດ້ອອກຖະແຫຼງການປະນາມເຫດລະເບີດຄັ້ງນີ້ ພ້ອມທັງສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງຄອບຄົວຜູ້ເສຍຊີວິດ ຕະຫຼອດຮອດລັດຖະບານ ແລະ ຊາວອັຟການິດສະຖານ.