ຫຼາຍພາກສ່ວນ ມອບເງິນ ແລະ ເຄື່ອງປ້ອງກັນໂຄວິດ ໃຫ້ແຂວງ ໄຊຍະບູລີ

394

ໃນຕອນເຊົ້າຂອງວັນທີ 10 ພຶດສະພາ ປີນີ້, ທີ່ຫ້ອງວ່າການແຂວງ ໄຊຍະບູລີ ບັນດາບໍລິສັດ ແລະ ພະແນກການອ້ອມຂ້າງແຂວງ ໄດ້ນໍາເງິນສົດ ແລະ ເຄື່ອງປ້ອງກັນໂຄວິດ-19 ເຊັ່ນ: ຜ້າອັດປາກ-ດັງ, ຈຽວລ້າງມື, ເຄື່ອງດື່ມ ມາມອບໃຫ້ແຂວງ ໄຊຍະບູລີ.

ໃນນີ້ ບໍລິສັດເບຍລາວ ມອບເງິນສົດຈໍານວນ 100 ລ້ານກີບ ຕາງໜ້າມອບ ໂດຍແມ່ນ ທ່ານ ບຸນລ້ຽງ ພົມມະສອນ ຜູ້ຈັດການ ພາກເໜືອ ບໍລິສັດເບຍລາວ.

ບໍລິສັດ ຈໍາປາຄໍາ ມອບເງິນສົດ 5 ລ້ານກີບ, ພະແນກແຜນການ 2 ລ້ານກີບ, ພະແນກໂຍທາ 3 ລ້ານກີບພະແນກການເງິນ 1 ລ້ານກີບ, ທະນາຄານ ການຄ້າຕ່າງປະເທດ 5 ລ້ານກີບ, ບໍລິສັດ ແສງເພັດ ເກັບກູ້ລະເບີດ 10 ລ້ານກີບ, ຮ້ານຂາຍຢາ ມຸງຄຸນໄຊຍະບູລີ ຮ່ວມກັບ ຮ້ານຂາຍຢາແກ້ວມະນີໂຊດ ນະຄອນຫຼວງວຽງຈັນ ມອບເຄື່ອງປ້ອງກັນໂຄວິດ-19 ມູນຄ່າ 10 ລ້ານກີບ.ບໍລິສັດໄຟຟ້າ ສາຂາແຂວງ ໄຊຍະບູລີ ມອບເຄື່ອງປ້ອງກັນ ໂຄວິດ ແລະ ນໍ້າດື່ມ ມູນຄ່າ 2 ລ້ານກີບ.

ສະຖາບັນ ການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອານຸສອນ ມອບເຄື່ອງປ້ອງກັນ ໂຄວິດ-19, ນໍ້າດື່ມ, ກາເຟ ແລະ ມີ່ແຫ້ງ ມູນຄ່າ 1,5 ລ້ານກີບ, ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ ແລະ ທ່ານ ພອນສະຫວັນ ໄຊສົມພັນ ຫົວໜ້າຫ້ອງວ່າການແຂວງ ກ່າວຮັບຕາມລໍາດັບ

ສະໜັບສະໜູນຂ່າວໂດຍ: