ແມັກອິລຣອຍ ປົດລ໊ອກຄວ້າແຊັມຮອບ 18 ເດືອນ

457

ຣໍຣີ ແມັກອິລຣອຍ ນັກກ໊ອຟມື 15 ຂອງໂລກຄົນປັດຈຸບັນ ປົດລ໊ອກຄວ້າແຊັມທໍາອິດໃນຮອບ 18 ເດືອນໄດ້ສໍາເລັດ ໃນກການແຂ່ງຂັນກ໊ອຟລາຍການ ເວລ ຟາໂກ ແຊັມປ້ຽນຊິບ ໃນວັນທີ 9 ພຶດສະພາ 2021.

ລາຍການດັ່ງກ່າວມີການຊີງເງິນລາງວັນລວມເຖິງ 8,1 ລ້ານໂດລາ ທີ່ສະໜາມໄຄວ ຮອລໂລ ຄລັບ ສະຫະລັດອາເມຣິກາ.

ຮອບສຸດທ້າຍປາກົດວ່າ ແມັກອິລຣອຍ ເກັບໄດ້ 7 ເບີດີ້ ແລະ ເສຍ 1 ໂບກີ ຈົບວັນດັ່ງກ່າວເກັບໄດ້ 3 ອັນເດີພາ ເຮັດໃຫ້ຄະແນນລວມເປັນ 10 ອັນເດີພາ ຄວ້າແຊັມໄປຄອງ ໂດຍບຽດເອົາຊະນະ ອັບຣາຮໍາ ອັນເຊີ ຮອງແຊັມໄປພຽງ 1 ອັນເດີພາ.