“ເຮົາມາສ້າງພາບຄວາມດີນຳກັນ” ເຈນນີ ຕົ້ນຄໍາ ພົນຈັນເຮືອງ Miss world Laos 2017

752

ງາມທັງກາຍ ແລະ ຈິດໃຈເລີຍສຳລັບນາງງາມຄົນນີ້, ເຈນນີ ຕົ້ນຄຳ ພົນຈັນເຮືອງ ເຈົ້າຂອງມົງກຸດ Miss world Laos 2017 ພ້ອມດ້ວຍທີມງານຕົ້ນຄໍາ ໂມເດລິ້ງ ແລະ ຫຼາຍໆຄົນທີ່ໄດ້ຮ່ວມປະກອບສ່ວນ ໃນການສົມທົບທຶນຊ່ວຍເຫຼືອສັງຄົມໃນຍາມທີ່ບ້ານເມືອງພົບກັບວິກິດແບບນີ້ ດ້ວຍການແຈກຢາຍເຂົ້າສານອາຫານແຫ້ງ ໃຫ້ກັບຜູ້ຄົນທີ່ຂາດເຂີນ ແລະ ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19

ສາວເຈນນີ ໄດ້ໂພສຜ່ານ ທາງເຟສບຸກສ່ວນຕົວວ່າ: ພາລະກິດແພັກເຄື່ອງມື້ນີ້ ສຳເລັດແລ້ວໆ ນີ້ຄືພະລັງນ້ຳໃຈຂອງຄົນລາວທຸກໆຄົນ ທີ່ອອກມາຊ່ວຍເຫລືອກັນໃນຍາມນີ້ ພວກເຮົາຂໍເປັນສ່ວນຫນຶ່ງ ສ່ວນນ້ອຍໆ ທີ່ຂໍຊ່ວຍເຫຼືອກັນ ຊ່ວຍເຫລືອສັງຄົມໃນວິກິດການນີ້

“ເຮົາອອກມາສ້າງພາບຄວາມດີນຳກັນ ສົ່ງພະລັງບວກໃຫ້ກັນ ແລະ ກັນ ແລ້ວເຮົາຈະຜ່ານວິກິດນີ້ໄປນຳກັນໄດ້ໄວໆເດີ ສາທຸ!”

ສຳລັບສາວ ເຈນນີ ແມ່ນມັກຊ່ວຍເຫຼືອສັງຄົມຢູ່ແລ້ວ ບໍ່ວ່າຈະເກີດວິກິດໃດກໍຕາມ ກໍມັກຈະອອກມາແບ່ງ ປັນນຳ້ໃຈໃຫ້ຄົນລາວນຳກັນ ແລະ ຄັ້ງນີ້ ເຈນນີ ຍັງກຳລັງຮວບຮວມທຶນເພື່ອຈະຊ່ວຍເຫຼືອສັງຄົມໃນຄັ້ງຕໍ່ໆໄປອີກດ້ວຍ.

ທີມງານຂ່າວບັນເທີງກໍຕ້ອງສະແດງຄວາມຂອບໃຈແທນຄົນລາວທຸກຄົນ ແລະ ຂໍອວຍພອນໃຫ້ ເຈນນີ  ແລະ ທີມງາມໝົດທຸກຄົນ ຈົ່ງປະສົບຜົນສຳເລັດ, ມີແຕ່ຄວາມສຸກໃນທຸກບາດກ້າວຂອງຊີວິດດ້ວຍ.