ແມນຢູ ກຽມເພີ່ມຄ່າເມື່ອຍໃຫ້ ບຣູໂນ ຕອບແທນຜົນງານຍິງ 27 ປະຕູ-ສົ່ງບານໃຫ້ໝູ່ຍິງ 17

604

ແມນເຊັສເຕີ ຢູໄນເຕັດ ກຽມເພີ່ມຄ່າເມື່ອຍກ້ອນໃຫຍ່ໃຫ້ກັບ ບຣູໄນ ເຟນັນເດສ ກອງກາງຕົວເກັ່ງຂອງທີມ ຫຼັງຈາກສ້າງຜົນງານໂດດເດັ່ນຈາກການເປີດເຜີຍຂອງ ເດິ ຊັນ ສຶື່ຊັ້ນນໍາໃນປະເທດອັງກິດ ໂດຍປະຕູຫຼ້າສຸດຍິງໄດ້ໃນນັດທີ່ພາໃຫ້ກັບ ແມນຢູ ເອົາຊະນະ ແອັສຕັນ ວິລລາ 3-1 ໃນການແຂ່ງຂັນພຣີເມຍລີກ ອັງກິດ ເມື່ອວັນທີ 9 ພຶດສະພາ ທີ່ຜ່ານມາ.

ບຣູໂນ ສ້າງຜົນງານໂດດເດັ່ນນັບແຕ່ຍ້າຍມາຢູ່ກັບ ແມນຢູ ໃນຕົ້ນປີ 2020 ໂດຍຍິງໄປແລ້ວ 27 ປະຕູ ແລະ ສົ່ງບານໃຫ້ກັບໝູ່ຍິງອີກ 17 ປະຕູ ເຮັດໃຫ້ ແມນຢູ ກຽມເພີ່ມຄ່າເມື່ອຍໃຫ້ຈາກເດີມ 100.000 ປອນຕໍ່ອາທິດ ຂຶ້ນໄປເປັນ 200.000 ປອນຕໍ່ອາທິດ.

ສໍາລັບ ບຣູໂນ ຍັງເຫຼືອສັນຍາກັບ ແມນຢູ ເຖິງ 4 ປີິ ເຊິ່ງການເຈລະຈາເລື່ອງການເພີ່ມຄ່າເມື່ອຍຈະມີຂຶ້ນຫຼັງຈາກນັດຊີງຊະນະເລີດ ຢູຟາ ຢູໂຣປາ ລີກ ທີ່ແມນຢູ ຈະພົບກັບ ບີຢາຣີລ ໃນວັນທີ 26 ພຶດສະພາ 2021.