ເຈົ້າເມືອງນອງ ລົງຊຸກຍູ້ຕິດຕາມຄວາມຄືບໜ້າ ການປູກກ້ວຍຂອງປະຊາຊົນ

353

ທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງໆນອງ ແຂວງສະຫວັນນະເຂດ,​ ທ່ານ ສາຄຳ ກຽດຕະວົງສາ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ທ່ານ ແພງມາ ຈັນທິລະນອງ ຫົວໜ້າຫ້ອງວ່າການປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມລົງຕິດຕາມພໍ່ແມ່ປະຊາຊົນ ຊາວ ບ້ານ ຕັງອາໄລເໜືອ ແລະ ບ້ານ ອະລາ ທີ່ຂຶ້ນກັບຈຸດສຸມຕັງອາໄລ-ລະແບງ ເມືອງ ນອງ ແຂວງ ສະຫວັນນະເຂດ​ ລົງຕິດຕາມຄວາມຄືບໜ້າການປູກກ້ວຍ ເມື່ອອາທິດຜ່ານມາ.

ການປູກກ້ວຍຂອງປະຊາຊົນ ແມ່ນມີຄວາມຫຍຸ້ງຍາກພໍສົມຄວນ ເນື່ອງຈາກວ່າບ້ານດັ່ງກ່າວແມ່ນຢູ່ຟາກເຊລະນອງ ດ້ວຍສະພາບອາກາດໃນປັດຈຸບັນ ແມ່ນມີຝົນຕົກເຮັດໃຫ້ລົດໃຫຍ່ບໍ່ສາມາດຂ້າມໄດ້ ຈຶ່ງຈຳເປັນຕ້ອງໄດ້ຂ່ີ່ແພຂ້າມໄປຈຸດ ບ້ານ ຕັງອາໄລກາງ ແລະ ຍ່າງຜ່ານໄປ ບ້ານ ຕັງອາໄລນ້ຳ ຈຶ່ງຮອດບ້ານເປົ້າໝາຍຄື: ບ້ານ ຕັງອາໄເໜືອ ດ້ວຍໄລຍະທາງ ປະມານ 2​ ກິໂລແມັດ.

ຈາກນັ້ນ, ໄດ້ຍ່າງເລາະເບິ່ງ ສວນກ້ວຍຂອງຄອບຄົວພໍ່ອາທອນ, ຄອບຄົວພໍ່ເຖິງ ແລະ​ ຄອບຄົວ ທ່ານ ລະວຽນ ຮອງນາຍບ້ານ ຕັງອາໄລເໜືອ ເຊິ່ງໃນການປູກກ້ວຍຄັ້ງນີ້ ທາງຫ້ອງການກະສິ ກຳ ແລະ ປ່າໄມ້ເມືອງ ໄດ້ສົ່ງວິຊາການລົງຕິດຕາມໃນການປູກ ເພື່ອໃຫ້ຖືກຕ້ອງຕາມຫຼັກວິຊາການ. ນອກນັ້ນ ທາງ ທ່ານ ສາຄຳ ກຽດຕະວົງສາ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຍັງໄດ້ໃຫ້ຄຳແນະນຳຕື່ມອີກວ່າ: ສຳລັບດິນຢູ່ເຂດນີ້ແມ່ນເໝາະແກ່ການປູກຝັງ ເພາະເປັນດິນດຳຜຸຜຸ່ຍ ປະສົມກັບດິນຊາຍ, ການປູກພືດທີ່ເປັນຫົວ ກໍຈະເຮັດໃຫ້ໄດ້ປະສິດທິພາບສູງ ເປັນຕົ້ນ: ມັນດ້າງ, ມັນເພົາ ແລະ​ ມັນປະເພດຕ່າງໆ, ແນະນຳເຖິງການບົວລະບັດຮັກສາເມື່ອຕົ້ນກ້ວຍມີອາຍຸໄດ້ 4-5 ເດືອນ ເລີ່ມມີການແຕກໜໍ່, ໜໍ່ທີ່ເກີດເອີ້ນວ່າໜໍ່ຕາມ, ກ້ວຍບາງຊະນິດ ມີໜໍ່ຫຼາຍເຮົາຄວນຕັດຖິ້ມເພື່ອບໍ່ໃຫ້ຍາດອາຫານຈາກຕົ້ນແມ່, ຄວນຮັກສາໄວ້ 1-2 ໜໍ່ ການເຮັດແບບນີ້ ແມ່ນເພື່ອໃຫ້ຕົ້ນມີໝາກດົກ, ໝາກໃຫຍ່ໄດ້ຄຸນນະພາບດີ, ນອກຈາກການຕັດໜໍ່ແລ້ວ ຄວນຕັດໃບທີ່ແຫ້ງອອກ ເພາະປະໄວ້ອາດເປັນບ່ອນສະສົມເຊື້ອພະຍາດໃນ 01 ຕົ້ນ ຄວນເກັບໃບທວນໄວ້ປະມານ 9-12 ໃບ ເທົ່ານັ້ນ, ກ້ວຍເປັນພືດທີ່ຕ້ອງການທາດອາຫານຫຼາຍ, ການໃຫ້ໝາກຈະຫຼາຍຫຼືໜ້ອຍ ແມ່ນຂຶ້ນຢູ່ກັບອາຫານ ແລະ ນ້ຳທີ່ໄດ້ຮັບ ດັ່ງນັ້ນ, ຄວນບຳລຸງດ້ວຍການໃສ່ຝຸ່ນຄອກ ຫຼື ຝຸ່ນຊີວະພາບ.


ທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງໆ ນອງ ກໍໄດ້ຖືເອົາໂອກາດນີ້ ໂອ້ລົມຕໍ່ກັບອຳນາດການປົກຄອງ ແລະ ຄອບຄົວເປົ້າໝາຍປູກກ້ວຍ ເນື່ອງຈາກສະພາບໃນທົ່ວໂລກ ກໍຄືປະເທດລາວເຮົາເປັນຕົ້ນ: ແຂວງ ສະຫວັນນະເຂດ ແມ່ນເກີດມີການແຜ່ລະບາດຂອງເຊື້ອພະຍາດ ຈຸລະໂລກ ສາຍພັນໃໝ່ ຫຼື ພະຍາດໂຄວິດ – 19 ທີ່ກຳລັງລະບາດໜັກ; ດັ່ງນັ້ນ, ທຸກຄົນຕ້ອງມີສະຕິລະວັງຕົວກັນຕື່ມ ຄວນປະຕິບັດມາດຕະການຕາມຄຳສັ່ງ, ຕາມແຈ້ງການທີ່ວາງອອກຢ່າງເຂັ້ມງວດ ຖ້າຫາກຈະເດີນທາງໄປຕາມສະຖານທີ່ຕ່າງໆຄວນໃສ່ຜ້າອັດປາກ, ໝັ່ນລ້າງມືດ້ວຍສະບູ, ເຈວ ເພາະເຊື້ອພະຍາດດັ່ງກ່າວແມ່ນຕິດຕໍ່ກັນດ້ວຍທາງເດີນຫາຍໃຈ, ຄວນຢູ່ຫ່າງກັນຢ່າງໜ້ອຍ 1-2 ແມັດ ເອົາໃຈໃສ່ ຕິດຕາມຮັບ-ຟັງ ທາງຄະນະທິມງານວິຊາການ ຄະນະສະເພາະກິດ ລົງເຜີຍແຜ່ຂໍ້ມູນຂ່າວ-ສານຕ່າງໆກ່ຽວກັບພະຍາດໂຄວິດ – 19.

ຂ່າວ: ວິ​ທະຍຸກະຈາຍສຽງສະຫວັນນະເຂດ