ບໍລິຈາກເລືອດກັບຂໍ້ດີ ຕໍ່ສຸຂະພາບ

752

ຈຸດປະສົງຂອງການບໍລິຈາກເລືອດ ແມ່ນບໍລິຈາກໃຫ້ສະພາກາແດງ ຫຼື ໂຮງຫມໍ ເພື່ອຕ້ອງໃຊ້ຮັກສາ ຫຼື ສຳຮອງເລືອດເວລາເກີດກໍລະນີສຸກເສີນ ແລະ ການບໍລິຈາກເລືອດຍັງສົ່ງຜົນດີຕໍ່ຜູ້ບໍລິຈາກອີກດ້ວຍຈະມີຫຍັງແດ່ນັ້ນມາເບິ່ງຂໍ້ສະຫຼຸບແບບງ່າຍໆກັນເລີຍ

+     ຂໍ້ດີຂອງການບໍລິຈາກເລືອດ

  • ເປັນຜູ້ໃຫ້: ຂໍ້ທຳອິດເລີຍຂອງການບໍລິຈາກເລືອດແມ່ນການເປັນຜູ້ໃຫ້, ໄດ້ຊ່ວຍເຫລືອເພື່ອນມະນຸດ ທີ່ດີທີ່ສຸດເຮົາອາດຈະໄດ້ຕໍ່ຊີວິດຂອງຄົນໄວ້ອີກດ້ວຍ
  • ເຮັດໃຫ້ສຸຂະພາບຮ່າງກາຍແຂງແຮງ: ການບໍລິຈາກເລືອດເຮັດໃຫ້ເຮົາສຸຂະພາບຮ່າງກາຍແຂງແຮງຂຶ້ນໄດ້; ເລືອດທີ່ບໍລິຈາກໄປນັ້ນເປັນເລືອດສ່ວນເກີນຂອງຮ່າງກາຍຄິດເປັນ 7% ເມື່ອເລືອດນີ້ອອກໄປຈະກະຕຸ້ນໃຫ້ໄຂກະດູກຜະລິດເມັດໂລຫິດໃຫມ່ຂຶ້ນມາແທນ ລະບົບໄຫຼວຽນເລືອດຈະເຮັດວຽກໄດ້ດີຂຶ້ນ
  • ຮູບຮ່າງອາດຈະດີຂຶ້ນ: ຜິວອາດຈະດີຂຶ້ນຕໍ່ເນື່ອງຈາກຂໍ້ດ້ານເທິງ ເມື່ອລະບົບໄຫຼວຽນເລືອດເຮັດວຽກໄດ້ດີຂຶ້ນ ເລືອດໃໝ່ທີ່ຖືກຜະລິດອອກມານັ້ນຈະຊ່ວຍໃນເລື່ອງການເຮັດໃຫ້ຜິວເປັ່ງປັ່ງ, ການເຮັດວຽກໃນຮ່າງກາຍດີຂຶ້ນເຊັ່ນດຽວກັນ
  • ຫຼຸດຄວາມສ່ຽງໂລກມະເຮັງ: ມີການສຶກສາພົບວ່າການບໍລິຈາກເລືອດນັ້ນມີໂອກາດຊ່ວຍຫຼຸດຄວາມສ່ຽງຈາກມະເຮັງໄດ້ຫຼາຍຊະນິດເຊັ່ນ: ມະເຮັງຕັບ, ມະເຮັງປອດ, ມະເຮັງລຳໄສ້ໄຫຍ່. ນອກນັ້ນຍັງມີການລາຍງານວ່າມີທາດເຫລັກໃນຮ່າງກາຍຫລາຍເກີນໄປ ອາດມີຜົນຕໍ່ຄວາມສ່ຽງໂລກເສັ້ນເລືອດຫົວໃຈອຸດຕັນ ຫຼື ມະເຮັງບາງຊະນິດ; ການບໍລິຈາກເລືອດຈະຊ່ວຍຫຼຸດປະລິມານທາດເຫຼັກສ່ວນເກີນນັ້ນໄດ້.
  • ເຮັດໃຫ້ເຮົາມີລະບຽບວິໄນ: ການບໍລິຈາກເລືອດເປັນປະຈຳ ບໍລິຈາກໄດ້ທຸກ 3 ເດືອນ ຈະຊ່ວຍໃຫ້ເຮົາມີລະບຽບວິໄນໃນການໃຊ້ຊີວິດດີຂຶ້ນ ເພາະການບໍລິຈາກເລືອດຜູ້ບໍລິຈາກຕ້ອງດູແລສຸຂະພາບຂອງຕົນເອງ ນອນຫຼັບໃຫ້ພຽງພໍ ກິນອາຫານທີ່ມີປະໂຫຍດ; ການບໍລິຈາກເລີຍເປັນຂໍ້ການກຳນົດ ຫຼື ຂໍ້ບັງຄົບໃຫ້ຕົວເຮົາເອງ.
  • ສິດທິພິເສດສຳລັບຜູ້ບໍລິຈາກເລືອດ: ຜູ້ບໍລິຈາກເລືອດຈະມີສິດທິພິເສດໃນການຮັກສາສຸຂະພາບ; ເວລາເຈັບເປັນອາດຈະໄດ້ຮັບເລືອດຟຣີ ແລະ ມີສິດທິພິເສດຕ່າງໆຕາມຄວາມເໝາະສົມອີກດ້ວຍ.