ບໍລິຄຳໄຊ​ ມອບເຄື່ອງກົນຈັກຜະລິດກະສິກຳໃຫ້ 3 ເມືອງເປົ້າໝາຍມູນຄ່າ 160.000 ໂດລາ

677

ພິທີມອບ-ຮັບເຄື່ອງກົນຈັກກະສິກຳໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ 3 ເມືອງເປົ້າໝາຍ ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພານີ້ ຢູ່ພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ລະຫວ່າງອົງການປົກຄອງແຂວງ ແລະ ກຸ່ມຜະລິດກະສິກຳສິນຄ້າ.ເຂົ້າຮ່ວມໃນພິທີມອບມີ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງ, ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ,ມີຕາງໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ສະພາປະຊາຊົນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ເຄື່ອງກົນຈັກກະສິກຳທີ່ນຳມາມອບໃນຄັ້ງນີ້ ປະກອບມີລົດໄຖນາຍີ່ຫໍ້ ຄູໂບຕ້າ ຈຳນວນ 8 ຄັນ, ລົດດໍານາ 1 ຄັນ ແລະ ລົດກ່ຽວເຂົ້າ 1 ຄັນ ລວມມູນຄ່າທັງໝົດ 160.000 ໂດລາສະຫະລັດ ເຊິ່ງເປັນໂຄງການຮ່ວມມືລະຫວ່າງລັດຖະບານລາວ ກັບທະນາຄານໂລກ ຕາມແຜນຄໍ້າສະບຽງອາຫານ ແລະ ຜະລິດເປັນສິນຄ້າລະດັບຊາດ, ໂຄງການເງິນກູ້ຢືມຈາກທະນາຄານໂລກ ແລະ ໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປລາວ.

ເຄື່ອງກົນຈັກກະສິກຳດັ່ງກ່າວນີ້ໄດ້ມອບໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າທີ່ນອນຢູ່ໃນກຸ່ມເປົ້າໝາຍ 3 ເມືອງຄື: ເມືອງປາກຊັນມີ 7 ກຸ່ມຜະລິດເຂົ້າເປັນສິນຄ້າ ແລະ ກຸ່ມຜະລິດແນວພັນເຂົ້າ ໄດ້ຮັບລົດໄຖ 6 ຄັນ ແລະ ລົດກ່ຽວເຂົ້າ 1 ຄັນ; ເມືອງ ທ່າພະບາດ ມີ 3 ກຸ່ມຄື: ກຸ່ມຜະລິດແນວພັນເຂົ້າ ແລະ ກຸ່ມຜະລິດເຂົ້າເປັນສິນຄ້າໄດ້ຮັບລົດໄຖ 2 ຄັນ ແລະ ລົດດຳນາແບບເດີນຕາມ ຈຳນວນ 1 ຄັນ ແລະ ກຸ່ມຜະລິດແນວພັນເຂົ້າເມືອງບໍລິຄັນ ໄດ້ຮັບລົດໄຖນາ 1 ຄັນ.

ສໍາລັບການສະໜອງເຄື່ອງກົນຈັກກະສິກຳໃຫ້ກຸ່ມຊາວກະສິກອນຜະລິດກະສິກຳເປັນສິນຄ້າໃນຄັ້ງນີ້ແມ່ນທຶນສົມທົບຂອງລັດຖະບານ ກຸ່ມ 1 ມູນຄ່າ 16.000 ໂດລາສະຫະລັດ​ ຫຼື​ ປະມານ​ 1,5​ ຕື້ກວ່າກີບ ເພື່ອເປັນການຍົກລະດັບການຜະລິດກະສິກຳຂອງຊາວກະສິກອນພາຍໃນ 3 ເມືອງເປົ້າໝາຍຫັນເຂົ້າສູ່ການຜະລິດແບບທັນສະໄໝ, ການຜະລິດທີ່ມີຄຸນນະພາບ, ຍົກລະດັບຄຸນນະພາບຂອງການຜະລິດກະສິກຳທີ່ດີ.

ຂ່າວ: ວຽງສະຫວັນ