ຫາກ ຜູ້ຕິດເຊື້ອ ຫຼື ກຸ່ມສ່ຽງ ບໍ່ໃຫ້ການຮ່ວມມືແພດໝໍ ຜູ້ເສຍຊີວິດກໍ່ຈະມີເພີ່ມຂຶ້ນເລື້ອຍໆ

907

ໃນວັນທີ 8 ພຶດສະພາ 2001 ທ່ານ ດຣ. ນາງ ບົວເທບ ພູມິນ ຮອງຫົວໜ້າກົມ ປິ່ນປົວ ແລະ ຟື້ນຟູໜ້າທີ່ການ ໄດ້ກ່າວວ່າ: ການຕິດເຊື້ອໂຄວິດ-19 ໃນປີ 2021 ທຽບໃສ່ປີ 2020 ມັນແຕກຕ່າງກັນ ເພາະປີ 2021 ນີ້ ພະຍາດໄດ້ເຂົ້າໄປເຖິງຄົນທຸກກຸ່ມອາຍຸ ທັງເດັກນ້ອຍ ແລະ ຜູ້ອາຍຸສູງ, ເຊິ່ງຕາມທິດສະດີເພິ່ນກໍ່ເວົ້າແລ້ວວ່າຖ້າຜູ້ອາຍຸສູງທີ່ມີພະຍາດຕິດໂຕ ເຊັ່ນ: ເບົາຫວານ, ຄວາມດັນຕ່າງໆ ອາການເຊື້ອໂຄວິດຈະສະແດງຊັດເຈນ ແລະ ວິວັດທະນາການຂອງພະຍາດຈາກອາການເບົາບາງ ເຂົ້າສູ່ ປານກາງ ຫຼື ຫາໜັກ ແມ່ນຈະໄວວາ.


ດັ່ງນັ້ນຂໍໃຫ້ຜູ້ຕິດເຊື້ອ ຫຼື ຜູ້ຢູ່ໃນກຸ່ມສ່ຽງຂໍໃຫ້ມີຄວາມຈິງໃຈ ແຈ້ງຕົນເອງວ່າຕົນເອງຢູ່ໃນກຸ່ມສ່ຽງ ແລະ ໄດ້ສຳພັດກັບກຸ່ມເປົ້າໝາຍ, ສະເພາະຜູ້ເສຍຊີວິດຈາກໂຄວິດ-19 ໃນລາວ ຜູ້ທຳອິດນີ້ແມ່ນຜູ້ກ່ຽວອາຍຸສູງ 53 ປີ, ອາຍຸ 53 ປີ ພະຍາດປະຈຳຕົວແມ່ນມີຄວາມດັນ ແລະ ເບົາຫວານ ຜູ້ກ່ຽວຕິດພັນກັບຮ້ານຄາຣາໂອເກະ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອານຫຼວງວຽງຈັນ.
ດັ່ງນັ້ນຫາກທ່ານຢູ່ໃນກຸ່ມສ່ຽງຈົ່ງຮີບຕັດສິນໃຈມາໂຮງໝໍ, ບາງຄົນຍັງລົບຫຼີກການປິ່ນປົວ, ລົບຊ້ອນບໍ່ປະກົດຕົວໃຫ້ແພດໝໍປິ່ນປົວແຕ່ຫົວທີ, ເພາະການຕິດເຊື້ອພະຍາດໄລຍະເລີ່ມຕົ້ນອາການຈະເບົາບາງໃຊ້ເວລາບໍ່ດົນອາການກໍ່ຈະເຂົ້າສູ່ປານກາງ, ຈາກອາການຂອງຜູ້ເສຍຊີວິດເບົາບາງ ຫາ ປານກາງ ແລະ ຈາກປານກາງຫາໜັກ ແມ່ນໃຊ້ເວລາສັ້ນ, ດັ່ງນັ້ນ ຈາກບົດຮຽນລາຄາແພງອັນນີ້ໃນນາມທີ່ຂ້າພະເຈົ້າເປັນທີມແພດ ຂໍບອກວ່າທຸກພະຍາດຫາກມີການບົ່ງມະຕິໄດ້ໄວແຕ່ຫົວທີ, ຄົນເຈັບໃຫ້ການຮ່ວມມືໄວແຕ່ຫົວທີ ແລະ ຄົນເຈັບປະຕິບັດຕາມຫຼັກການໄວແຕ່ຫົວທີ ການປິ່ນປົວໄວແຕ່ຫົວທີ ອາການຈະດີຂຶ້ນໄວ. ການປິ່ນປົວຜູ້ຕິດເຊື້ອໃນລາວບໍ່ແມ່ນເລື່ອງງ່າຍ ໄປເອົາຄົນເຈັບແຕ່ລະຄັ້ງຍາກກວ່າຕິດຕາມຄົນຂີ້ລັກ, ຊອກໂຕຍາກ, ພໍ້ເພິ່ນແລ້ວເພິ່ນກໍ່ບໍ່ຢາກມາໂຮງໝໍ, ແຈ້ງເພິ່ນແລ້ວເພິ່ນກໍ່ວ່າບໍ່ເປັນຫັຍງເພິ່ນແຂງແຮງຢູ່ເອງໄດ້.


ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຈົ່ງຖືເປັນບົດຮຽນ ທຸກທ່ານຕ້ອງອອກແຮງຊ່ວຍເຫຼືອທີມແພດ, ໃຫ້ການສະໜັບສະໜູນທີມແພດ, ຂໍໃຫ້ທຸກທ່ານເປັນເຈົ້າຂອງຕົນເອງ ຊີວິດ, ຮ່າງກາຍ, ສຸຂະພາບແມ່ນແຕ່ລະບຸກຄົນຕ້ອງໄດ້ດູແລຕົນເອງ, ສ່ວນເຫຼືອແມ່ນມາຫາທີມແພດຊ່ວຍເຫຼືອ ຫາກທ່ານບໍ່ຊ່ວຍເຫຼືອທີມແພດພວກເຮົາກໍ່ສຸດກຳລັງທີ່ຈະໄປຊອກຫາພວກທ່ານ ແຕ່ບາດທ່ານຈະມາຫາອາການກໍ່ປານກາງຫາໜັກແລ້ວ. ດັ່ງນັ້ນຂໍໃຫ້ທຸກຄົນຄິດໃໝ່, ປະຕິບັດໃໝ່, ກະທຳໃໝ່, ຊອກຄົ້ນໃໝ່, ຮ່ວມແຮງຮ່ວມໃຈກັບພວກເຮົາໃໝ່ ຄັນບໍ່ຊັ້ນຈະມີຜູ້ເສຍຊີວິດກໍລະນີທີ 2 ທີ 3 ຕາມມາເລື້ອຍໆ.